ໜັງສືພິມ "ຮວນຊິວຊືປ້າວ" (Global Times) ຂອງຈີນສະບັບວັນທີ 26 ພຶດສະພານີ້ ໄດ້ພິມບົດຄວາມຂອງທ່ານ ຈຽງເວີຍ ອາຈານມະຫາວິທະຍາໄລການເມືອງກົດໝາຍຕາເວັນຕົກສຽງເໜືອຈີນ ໂດຍລະບຸວ່າ, ໃນຄະດີຕັດສິນບັນຫາທະເລຈີນໃຕ້ທີ່ຟິລິບປິນສະເໜີແຕ່ຝ່າຍດຽວ, ຂະບວນການຢັ້ງຢືນຂອງຟິລິບປິນມີຄວາມຜິດພາດຫຼາຍປະການ.
ບົດຄວາມຊີ້ໃຫ້ເຫັນວ່າ, ຟິລິບປິນກ່າວຫາຈີນເຂົ້າແຊກແຊງຟິລິບປິນນຳໃຊ້ສິດອະທິປະໄຕແລະສິດປົກຄອງ ທັງທຳລາຍວິທີທຳມາຫາກິນດັ້ງເດີມຂອງຊາວປະມົງປະເທດຕົນໃນເກາະຮວງຢຽນນັ້ນ ກ່ອນອື່ນແມ່ນຄວາມຜິດພາດດ້ານຂໍ້ມູນຫຼັກຖານຂອງການຢັ້ງຢືນ ເພາະວ່າຈີນມີອະທິປະໄຕໝູ່ເກາະນານຊ່າທີ່ບໍ່ສາມາດໂຕ້ຖຽງໄດ້ ເຊິ່ງກົດໝາຍຂອງຈີນກໍໄດ້ລະບຸຢ່າງຈະແຈ້ງວ່າ ຂອບເຂດດິນແດນຂອງຈີນໄດ້ລວມເອົາໝູ່ເກາະນານຊ່າ, ແຕ່ຟິລິບປິນພັດບໍ່ໄດ້ກ່າວເຖິງ.
ຖັດມາ, ຟິລິບປິນໄດ້ເຈຕະນາບິດເບືອນຄວາມເປັນຈິງ ແລະໃສ່ຮ້າຍຈີນວ່າ ມາຮອດປີ 2009 ຈຶ່ງໄດ້ສະເໜີການມີສິດປະຫວັດສາດຕໍ່ເຂດນ້ຳພາຍໃນເສັ້ນຂີດຕໍ່ຢູ່ທະເລຈີນໃຕ້ ແລະຖືເອົາອັນນີ້ເປັນຫຼັກຖານອ້າງອີງເພື່ອກ່າວວ່າ ຕົນມີສິດຄຸ້ມຄອງສະເພາະຕໍ່ຊັບພະຍາກອນພາຍໃນເຂດທະເລທີ່ກ່ຽວຂ້ອງ, ແຕ່ໃນຕົວຈິງນັ້ນຄື: ຕັ້ງແຕ່ປີ 1976 ຈີນກໍໄດ້ສະແດງຄວາມຄັດຄ້ານຟິລິບປິນທີ່ປະກາດຈະດຳເນີນການເຈາະນ້ຳມັນເຊື້ອໄຟຢູ່ເຂດຫີນໂສໂຄກຫຼີເລີ້ໝູ່ເກາະນານຊ່າຂອງຈີນແລ້ວ.
ດ້ານໜຶ່ງ ຟິລິບປິນກໍມີຄວາມເຫັນວ່າ ແຕ່ໃດມາ ຕົນມີສິດຫາປາຢູ່ເກາະຮວງຢຽນ, ຂະນະທີ່ອີກດ້ານໜຶ່ງຊ້ຳພັດກ່າວຕອບໂຕ້ສິດປະຫວັດສາດຂອງຈີນ ເຊິ່ງທັງນີ້ແມ່ນການກະທຳທີ່ມີຄວາມຂັດແຍ້ງກັນ.
ຕອນທ້າຍຂອງບົດຄວາມໄດ້ຊີ້ໃຫ້ເຫັນວ່າ, ໃນການຢັ້ງຢືນຈີນເຂົ້າແຊກແຊງຟິລິບປິນນຳໃຊ້ສິດອະທິປະໄຕ, ສິດປົກຄອງ ແລະການທຳມາຫາກິນດັ້ງເດີມຂອງຊາວປະມົງປະເທດຕົນຢູ່ເກາະຮວງຢຽນ, ຟິລິບປິນມີຄວາມຜິດພາດຄືຂໍ້ມູນຫຼັກຖານຜິດພາດ, ບິດເບືອນຄວາມເປັນຈິງ ແລະມີຄວາມຂັດແຍ້ງກັນ.