ຄຳ​ຢັ້ງຢືນ​ຕໍ່​ທະ​ເລ​ຈີນ​ໃຕ້​ຂອງ​ຟິລິບ​ປິນມີ​ຄວາ​ມຜິດພາດຫຼາຍປະການ
2016-05-27 16:28:55  cri 
    ໜັງສືພິມ "ຮວນ​ຊິວ​ຊືປ້າວ" (Global Times) ຂອງ​ຈີນ​ສະບັບ​ວັນ​ທີ 26 ພຶດສະພາ​ນີ້ ​ໄດ້​ພິມ​ບົດ​ຄວາມ​ຂອງ​ທ່ານ ຈຽງ​ເວີຍ ອາຈານ​ມະຫາວິທະຍາ​ໄລ​ການ​ເມືອງ​ກົດໝາຍ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຈີນ ​ໂດຍ​ລະບຸ​ວ່າ, ​ໃນ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ຟິລິບ​ປິນສະ​ເໜີ​ແຕ່​ຝ່າຍ​ດຽວ, ຂະ​ບວນການ​ຢັ້ງຢືນ​ຂອງ​ຟິລິບ​ປິນມີ​ຄວາມ​ຜິດພາດຫຼາຍປະການ.

    ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ, ຟິລິບ​ປິນກ່າວ​ຫາຈີນ​ເຂົ້າ​ແຊກ​ແຊງ​ຟິລິບ​ປິນນຳ​ໃຊ້​ສິດ​ອະທິປະ​ໄຕ​ແລະ​ສິດ​ປົກຄອງ ​ທັງທຳລາຍ​ວິທີ​ທຳ​ມາ​ຫາ​ກິນ​ດັ້ງ​ເດີມ​ຂອງ​ຊາວ​ປະມົງ​ປະ​ເທດ​ຕົນ​ໃນ​ເກາະ​ຮວງຢຽນນັ້ນ ກ່ອນ​ອື່ນ​ແມ່ນ​ຄວາມ​ຜິດພາດ​​ດ້ານ​ຂໍ້​ມູນຫຼັກຖານຂອງ​ການ​ຢັ້ງຢືນ ​ເພາະວ່າ​ຈີນ​ມີ​ອະທິປະ​ໄຕ​ໝູ່​ເກາະ​ນານ​ຊ່າ​ທີ່​ບໍ່​ສາມາດໂຕ້​ຖຽງ​ໄດ້​ ​ເຊິ່ງກົດໝາຍ​ຂອງ​ຈີນກໍໄດ້​ລະບຸ​ຢ່າງ​ຈະ​ແຈ້ງວ່າ ຂອບ​ເຂດ​ດິນ​ແດນ​ຂອງ​ຈີນ​​ໄດ້ລວມ​ເອົາ​ໝູ່​ເກາະ​ນານ​ຊ່າ, ​ແຕ່​ຟິລິບ​ປິນພັດ​ບໍ່​ໄດ້​ກ່າວ​ເຖິງ.

    ຖັດມາ, ຟິລິບ​ປິນ​ໄດ້​ເຈຕະນາ​ບິດ​ເບືອນ​ຄວາມ​ເປັນ​ຈິງ ​ແລະ​ໃສ່​ຮ້າຍ​ຈີນ​ວ່າ ມາ​ຮອດ​ປີ 2009 ຈຶ່ງ​ໄດ້​ສະ​ເໜີ​ການມີ​ສິດ​ປະຫວັດສາດ​ຕໍ່​ເຂດ​ນ້ຳ​ພາຍ​ໃນ​ເສັ້ນຂີດ​ຕໍ່​ຢູ່​ທະ​ເລ​ຈີນ​ໃຕ້ ​ແລະ​ຖື​​ເອົາ​ອັນ​ນີ້​ເປັນຫຼັກຖານ​ອ້າງ​ອີງ​ເພື່ອ​ກ່າວ​ວ່າ ຕົນ​ມີ​ສິດ​ຄຸ້ມ​ຄອງ​ສະ​ເພາະ​ຕໍ່​ຊັບ​ພະຍາກ​ອນພາຍ​ໃນ​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ, ​ແຕ່​ໃນ​ຕົວ​ຈິງ​ນັ້ນຄື: ຕັ້ງ​ແຕ່​ປີ 1976 ຈີນ​ກໍ​ໄດ້​ສະ​ແດງ​ຄວາມ​ຄັດຄ້ານ​ຟິລິບ​ປິນທີ່​ປະກາດ​ຈະ​ດຳ​ເນີນ​ການ​ເຈາະ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ເຂດ​ຫີນ​ໂສ​ໂຄກຫຼີ​ເລີ້​ໝູ່​ເກາະ​ນານ​ຊ່າ​ຂອງ​ຈີນ​ແລ້ວ.

    ດ້ານ​ໜຶ່ງ ຟິລິບ​ປິນກໍມີ​ຄວາມ​ເຫັນ​ວ່າ​ ​ແຕ່​ໃດ​ມາ ຕົນ​ມີ​ສິດ​ຫາ​ປາ​ຢູ່​ເກາະ​ຮວງ​ຢຽນ, ຂະນະ​ທີ່ອີກ​ດ້ານ​ໜຶ່ງ​ຊ້ຳພັດ​ກ່າວ​ຕອບ​ໂຕ້​ສິດ​ປະຫວັດສາດ​ຂອງ​ຈີນ ​ເຊິ່ງທັງ​ນີ້​ແມ່ນການກະທຳທີ່ມີຄວາມຂັດແຍ້ງກັນ.

    ຕອນທ້າຍຂອງບົດຄວາມໄດ້ຊີ້ໃຫ້ເຫັນວ່າ, ໃນການຢັ້ງຢືນຈີນເຂົ້າ​ແຊກ​ແຊງ​ຟິລິບ​ປິນນຳ​ໃຊ້​ສິດ​ອະທິປະ​ໄຕ, ສິດ​ປົກຄອງ ​ແລະ​ການ​ທຳ​ມາ​ຫາ​ກິນ​ດັ້ງ​ເດີມ​ຂອງ​ຊາວ​ປະມົງ​ປະ​ເທດ​ຕົນ​ຢູ່​ເກາະ​ຮວງ​ຢຽນ, ຟິລິບ​ປິນ​​ມີ​ຄວາມ​ຜິດພາດ​ຄືຂໍ້​ມູນຫຼັກຖານ​ຜິດພາດ, ບິດ​ເບືອນ​ຄວາມ​ເປັນ​ຈິງ ​ແລະ​ມີ​ຄວາມ​ຂັດ​ແຍ້​ງ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ