ຍຸດ​ທະ​ສາດ​ສິວິ​ໄລ​ຊີວະ​ພາບ​ຈີນສະໜອງ​ບົດຮຽນ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ທົ່ວ​ໂລກ
2016-05-28 18:15:50  cri 
ຕາມ​ຂ່າວCRI: ວັນ​ທີ 26 ພຶດສະພາ​ນີ້, ທ່ານ​ເສີງ​ຟູ​ລາຍ, ຊ່ຽວຊານ​ດ້ານເສດຖະກິດ​ລະດັບ​ສູງ​ຂອງ​ກົມວາງ​​ແຜນ​ສິ່ງ​ແວດ​ລ້ອມ​ອົງການ​ສະຫະ​ປະຊາ​ຊາດ UNEP ​ກ່າວ​ວ່າ, ຍຸດ​ທະ​ສາດ​ສິວິ​ໄລຊີວະພາບຈີນມີການປະດິດສ້າງໃໝ່, ນັບແຕ່ໄດ້ປະຕິບັດເປັນຕົ້ນມາ, ການປັບປຸງສິ່ງແວດລ້ອມຂອງຈີນ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເດັ່ນ​ຊັດ, ທັດສະນະ​ແລະ​ພຶດຕິ​ກຳ​ຂອງ​ການ​ສ້າງສາ​ດ້ານ​ສິລິ​ໄລ​ຊີວະ​ພາບຂອງ​ຈີນ​ສາມາດ​ກາຍ​ເປັນ​ບົດຮຽນ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ທົ່ວ​ໂລກ​ໄດ້.

ກະຊວງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມຈີນ​ແລະ​ກົມ​ວາງ​ແຜນສິ່ງ​ແວດ​ລ້ອມ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ທີ່​ມີ​ຊື່ວ່າ "​ນ້ຳ​ໃສ​ພູ​ຂຽວ:ກໍ່​ແມ່ນ​ຊັບ​ສິນ​ທີ່​ລ້ຳ​ເລີດ ຍຸດ​ທະ​ສາດ​ແລະ​ການ​ປະພຶດ​ດ້ານ​ສິວິ​ໄລ​ຊີວະ​ພາບ​ຂອງ​ຈີນ" ​ໃນ​ກອງ​ປະຊຸມ​ໃຫຍ່​ສິ່ງ​ແວດ​ລ້ອມ​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 2 ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 28 ນີ້. ທ່ານ​ເສີງຟູ​ລາຍ, ຜູ້​​ຊີ້​ນຳ​ຂອງ​ບົດ​ລາຍ​ງານ​ສະບັບ​ດັ່ງກ່າວ​ກ່າວ​ວ່າ, ທັດສະນະ​ສິວິ​ໄລ​ຊີວະ​ພາບຂອງ​ຈີ​ນບໍ່​ພຽງ​ແຕ່​ເອົາ​ສັງຄົມ, ​ເສດຖະກິດ​ແລະ​ສິ່ງ​ແວດ​ລ້ອມ​ປະສານສົມທົບ​ກັນທໍ່​ນັ້ນ, ຍັງ​ລວມທັງ​​ເຖິງການ​ເມືອງ​ແລະ​ວັດທະນະທຳ, ​ເຊິ່ງຖື​ການ​ພັດທະນາ​ແບບ​ຍືນ​ຍົງ​, ມະນຸດກັບ​ທຳ​ມະ​ຊາດ​ມີ​ຄວາມ​ປອງ​ດອງ​ກັນ​ເປັນ​ເປົ້າ​ໝາຍ, ​ເອົາ​ສິ່ງ​ແວດ​ລ້ອມ​ແລະ​ຮູບ​ແບບຕຳ​ລົງ​ຊີວິດ​​ຂອງ​ມະນຸດ​ເຮົາ​ປະສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ.

ທ່ານ​ເສີງ​ຟູ​ລາຍ​ກ່າວ​ວ່າ, ນັບ​ແຕ່​ຈີນ​ເລີ່​ມປະຕິບັດ​ຍຸດ​ທະ​ສາດ​ສິວິ​ໄລ​ຊີວະ​ພາບ​ເປັນ​ຕົ້ນ​ມາ, ​ໄດ້​ຮັບ​ຜົນສຳ​ເ​ລັດ​ທີ່​ປະຈັກ​ຕາ ຄື: ອັດຕາ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ຢູ່​ຈີນ​ຈາກ 16% ຂອງ​ເນື້ອ​ທີ່​ຜືນ​ແຜ່ນດິນ​ຈີນ​​ເມື່ອ​ປີ 2001 ​ເພີ່ມ​ຂຶ້ນ​ຮອດ 21% ​​ເມື່ອ​ປີ 2013: ປະລິ​ມານ​ການ​ຜະລິດ​ລົດຍົນ​ທີ່​ໃຊ້​ພະລັງງານ​ໃໝ່​ໄດ້​ເພີ່ມ​ຂຶ້ນ 45 ​ເທົ່າ​ພາຍ​ໃນ 4 ປີແຕ່​ປີ 2011 ຫາ​ປີ 2015.

ກອງ​ປະຊຸມ​ໃຫຍ່​ສິ່ງ​ແວດ​ລ້ອມ​ຂອງອົງການ​ສະຫະ​ປະຊາ​ຊາດຄັ້ງ​ທີ 2 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​​ເນໂຣບີ​ຂອງ​ເຄັນ​ຢາ​ແຕ່​ວັນ​ທີ 23 ຫາ​ວັນ​ທີ 27 ພຶດສະພາ​ນີ້, ​ມີ​ຜູ້ຕາງໜ້າປະມານ 2000 ຄົນ​ທີ່​ມາ​ຈາກ 170 ກວ່າ​ປະ​ເທດ​ແລະ​ເຂດ​ແຄ້ວ​ນ, ອົງການ​ຈັດ​ຕັ້ງສາກົນ​ແລະ​ອົງການຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ 20 ກວ່າ​ແຫ່ງ, ​​ໃນ​ນັ້ນລວມທັງ​ເຈົ້າ​ໜ້າ​ທີ່​ລະດັບລັດຖະມົນຕີ 120 ກວ່າ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ