ຜູ້ອຳນວຍການ​ໂຮງຮຽນ​ຈີນ​ຂອງບັນດາ​ປະ​ເທດ​ຊຽນ​ຖອດຖອນ​ບົດຮຽນ​ໃນ​ການ​ຄຸ້ມຄອງ​ບໍລິຫານ​ໂຮງຮຽນ​ຢູ່​ທີ່​ເຂດ​ກວາງຊີ​ຈີນ
2016-05-29 16:04:47  cri 

ວັນທີ 28 ພຶດສະພາ​ນີ້ ​ໄດ້​ເປີດ​ຊຸດອົບຮົມ​ຂອງ​ຜູ້ອຳນວຍການ​ໂຮງຮຽນ​ຈີນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນປີ 2016 ຢູ່​ທີ່​ໂຮງຮຽນ​ຊາວ​ຈີນ​ຕ່າງ​ດ້າວ​ເຂດ​ກວາງຊີ​ຂອງ​ຈີນ, ຜູູ້ອຳນວຍ​ການໂຮງຮຽນ​ຈີນຂອງ​ບັນດາ​ປະ​ເທດ​ອາ​ຊຽນທັງ​ໝົດ 64 ທ່ານ​ຈະ​ຮັບ​ການຝຶກ​ອົບຮົມກ່ຽວ​ກັບ​ວັດທະນະທຳ​ຈີນ​ແລະ​ວິທີ​ສິດສອນ​ວັດທະນະທຳ​ຈີນ​ຢ່າງ​ເປັນ​ລະບົບ​ຢູ່​ແຫ່ງ​ນີ້​ເປັນ​ເວລາ 10 ວັນ.

​ໃນ​ພິທີ​ເປີດ​ຊຸດ​ອົບຮົມ, ທ່ານ​ສິນ​ຊຸນ​ເສິງ ຫົວໜ້າ​ຫ້ອງການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ເຂດ​ກວາງຊີ​ໄດ້​ກ່າວ​ຄຳ​ເຫັນ ​ໂດຍ​ກ່າວ​ວ່າ, ຜູ້ອຳນວຍການ​ໂຮງຮຽນ​ຈີນ​ແມ່ນ​ບຸກຄົນ​ຜູ້​ສຳຄັນ​ໃນ​ການ​ເຜີຍ​ແຜ່​ວັດທະນະທຳ​ຈີນ, ຫວັງ​ວ່າ​ບັນດາ​ຜູ້ອຳນວຍການ​ຕ່າງໆ​ຈົ່ງ​ຖື​ການ​ຝຶກ​ອົບຮົມ​ເທື່ອ​ນີ້​ເປັນ​ຈຸດ​ເລີ່​ມຕົ້ນ​ອັນ​ໃໝ່, ​ເພື່ອ​ຍົກ​ສະຕິ​ການ​ສ້າງສາ​ໂຮງຮຽນ​ຈີນ​ໃຫ້​ສູງ​ຂຶ້ນ, ​ເພີ່ມ​ຄວາມ​ຮູ້​ດ້ານ​ວິຊາ​ການ, ​ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ.

​ໂຮງຮຽນ​ຫຼຽວ​ໂຕ້​ແມ່ນ​ໂຮງຮຽນ​ຈີນ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ຂອງ ສປປ ລາວ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ນາງ​ເສີນ​ຈູ ຮອງ​ອຳນວຍ​ການ​ຂອງ​ໂຮງຮຽນ​ຫຼຽວ​ໂຕ້​ກ່າວ​ວ່າ, ນີ້​ຄື​ໂອກາດ​ທີ່​ຫາ​ຍາກ​ທີ່​ສາມາດ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ປັດຈຸບັນ​ກໍ່​ຄື​ພາບ​ອະນາຄົດ​ຂອງ​ການ​ສຶກສາກ​ພາສາ​ຈີນ​ໂດຍຮ່ວມ​ກັບ​ບັນດາ​ວິຊາ​ການ​ໃນ​ວົງ​ການ​ການ​ສຶກສາ ​ແລະ​ຄູ​ສອນ​ຜູ້ດີ​ເດັ່ນ​ຂອງ​ໂຮງຮຽນ​ທີ່​ມີ​ຊື່​ສຽງ​ຕ່າງໆ. ທ່ານ​ກ່າວ​ວ່າ ທ່ານ​ຈະ​ລົງ​ເລິ​ການ​ຮຽນ, ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບການ​ສຶກສາ​ຂອງ​ໂຮງຮຽນ​ໃຫ້​ສູງ​ຂຶ້ນ, ​ແລະ​ຊຸກຍູ້​ການ​ສຶກສາ​ພາສາ​ຈີນ​ຂອງ​ປະ​ເທດ​ລາວ​ພັດທະນາ​ກ້າວ​ໄປ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ