ເປີດ​ສູນ​ຂໍ້​ມູນຂ່າວສານ​ການ​ຈໍລະ​ຈອນ​ສິນຄ້າ​ລະຫວ່າງ​ທ່າ​ເຮືອ​ຈີນ-ອາ​ຊຽນ
2016-05-30 17:51:28  cri 

​ແຫຼ່ງຂ່າວ​ຈາກ​ເວັບ​ໄຊ​ຂ່າວ​ກວາງຊີ​ໃຫ້​ຮູ້​ວ່າ: ສູ​ນຂໍ້​ມູນ​ຂ່າວສານການ​ຈໍລະ​ຈອນ​ສິນຄ້າ​ລະຫວ່າງ​ທ່າ​ເຮືອ​ຈີນ-ອາ​ຊຽນ​ໄດ້​ເລີ່​ມ​ເປີດ​ນຳ​ໃຊ້​ຢູ່​ເຂດ​ກວາງຊີ ສປ ຈີນຢ່າງ​ເປັນ​ທາງ​ການແລ້ວ​ຫວ່າງ​ມໍ່ໆ​ມາ​ນີ້.

ການ​ເປີດ​ນຳ​ໃຊ້​ສູນ​ຂໍ້​ມູນຂ່າວສານດັ່ງກ່າວ ​ຈະ​ເຮັດ​ໃຫ້ຂໍ້​ມູນ​ຂ່າວສານການ​ຂົນ​ສົ່ງ​ທາງ​ທະ​ເລຂະ​ຫຍາ​ຍ​ກວມ​ເອົາ​ທັງການ​ຂົນ​ສົ່ງ​ທາງບົກ, ທາງ​ລົດ​ໄຟ ​ແລະ ທາງ​ອາກາດ, ​ບັນລຸ​ການ​ຊົມ​ໃຊ້​ຂໍ້​ມູນ​ການ​ຈໍລະ​ຈອນ​ສິນຄ້າຮອບດ້ານ​ແລະ​ທົ່ວ​ໂລກ​ຮ່ວມ​ກັນ, ​​ເປັນ​ຊ່ອງ​ທາງ​ແລະ​ຄວາມ​ຮັບປະກັນ​ສຳລັບ​ການ​ເຊື່ອມ​ຈອດຂໍ້​ມູນ​ການ​ຈໍລະ​ຈອນ​ສິນຄ້າ​ຈີນ-ອາ​ຊຽນ​ຢ່າງ​ມີ​ປະສິດທິພາບ, ພ້ອມ​ທັງ​ຈະ​ກາຍ​ເປັນຕາ​ໜ່າງ​ແລກປ່ຽນ​ຂໍ້​ມູນ​ເອ​ເລັກ​ໂຕຣນິກດ້ານ​ການ​ຈໍລະ​ຈອນ​ສິນຄ້າ​ທີ່​ໃຫຍ່​ທີ່​ສຸດ​ລະຫວ່າງ​ຈີນ-ອາ​ຊຽນ ​ເພື່ອ​ບັນລຸ​ການ​ຈໍລະ​ຈອນ​ສິນຄ້າ​ແບບ​ສະມາດ ​ເຊິ່ງຈະ​ມີ​ປະສິດທິ​ຜົນ​ດ້ານ​ເສດຖະກິດທີ່​ສຳຄັນ.

​ໃນ​ພິທີ​ເປີດ​ນຳ​ໃຊ້​ສູນ​ດັ່ງກ່າວ, ຫົວໜ້າ​ຄະນະ​ອຳ​ນວຍ​ການ​ກຸ່ມທ່າ​ເຮືອ​ກວນ​ຕານ​ປະ​ເທດ​ມາ​ເລ​ເຊຍ ກ່າວ​ວ່າ: ການເປີດ​ນຳ​ໃຊ້​ສູນ​ຂໍ້​ມູນ​ຂ່າວສານ​ການ​ຈໍລະ​ຈອນ​ສິນຄ້າ​ລະຫວ່າງ​ທ່າ​ເຮືອ​ຈີນ-ອາ​ຊຽນຫຼັງສຳ​ເລັດ​ການ​ກໍ່ສ້າງ ຈະ​​ເຮັດ​ໃຫ້ການ​ບໍລິການ​ຂໍ້​ມູນ​ຂ່າວສານ​ວ່ອງ​ໄວ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຄ້າ​ລະຫວ່າງ​ທ່າ​ເຮືອ​ຈີນ-ປະ​ເທດ​ອາ​ຊຽນ, ຫວັງ​ວ່າ​ໂຄງການ​ດັ່ງກ່າວ​ຈະ​ສ້າງ​ຂົວ​ຂໍ້​ມູນ​ການ​ຄ້າ​ອັນ​ໜັກ​ແໜ້ນ​ລະຫວ່າງ​ອາ​ຊຽນ-ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ