ສູນ​ອົບຮົມ​ສິລະ​ປະ​ຈີນ-ອາ​ຊຽນຍົກ​ລະດັບ​ສິລະ​ປະການ​ຟ້ອນ
2016-05-31 16:55:14  cri 
  ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້, ​ສູນ​ອົບຮົມ​ສິລະ​ປະ​ຈີນ-ອາ​ຊຽນໄດ້ເປີດ​ຊຸດ​ຝຶກ​ອົບຮົມສິລະ​ປະການ​ຟ້ອນຢູ່​ສະ​ຖາ​ບັນ​ສິລະ​ປະກວາງຊີ ​ໂດຍ​ນັກ​ຟ້ອນ​ແລະ​ນັກ​ສຶກສາ​ຂະ​ແໜງ​ການ​ຟ້ອນຈາກ​ລາວ, ກຳປູ​ເຈຍ, ມຽນມາ​ແລ​ະ​ໄທ​ກໍ​ຄືອາຈານ​ແລະ​ນັກ​ສຶກສາ​ຈີນ​ເຂົ້າ​ຮ່ວມ​ຊຸດຝຶກ​ອົບຮົມດັ່ງກ່າວ.

  ​ສູນ​ອົບຮົມ​ສິລະ​ປະ​ຈີນ-ອາ​ຊຽນຂອງສະ​ຖາ​ບັນ​ສິລະ​ປະກວາງຊີ​ແມ່ນ​ໜຶ່ງ​ໃນ 4 "ສູນ​ອົບຮົມ​ຊັບພະຍາກອນ​ມະນຸດ​ດ້ານ​ສິລະ​ປະ​ຈີນ-ອາ​ຊຽນ" ທີ່​ກະຊວງ​ສຶກສາ​ທິການ​ແລະ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເປີດ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​​ເປັນ​​ໄລຍະ​ທຳ​ອິດເຊິ່ງມາ​ຮອດ​ປັດຈຸບັນ, ສູນ​ດັ່ງກ່າວ​ໄດ້ຍົກ​ລະດັບ​ໃຫ້​ແກ່ສິລະ​ປິນການ​ຟ້ອນ, ດົນຕີ​ແລະ​ອື່ນໆ 1 ຮ້ອຍ​ກວ່າ​ທ່ານ​​ໃຫ້​ແກ່​ຫຼາຍໜ່ວຍ​ງານ​ສິລະ​ປະລະ​ດັບ​ຊາດຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລ້ວ.

  ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ​ນັກ​ສຶກສາ​ຂອງ​ໂຮງຮຽນ​ສິລະ​ປະ​ແຫ່ງ​ຊາດ​ລາວ​ໄດ້​ຕີ​ລາຄາ​ສູງ​ວ່າ: ສະ​ຖາ​ບັນ​ສິລະ​ປະກວາງຊີ​​ເປັນສະ​ຖາ​ບັນ​ທີ່​ດີ ສຳລັບ​ການ​ຮ່ຳຮຽນ​ກໍ​ຄື​ແລກປ່ຽນ​ສິລະປະວັດ​ທະນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 4 ປະ​ເທດສະມາຊິກ​ອາ​ຊຽນ, ​ເຊິ່ງລາວ​ແລະ​ຈີນກໍສາມາດຮຽນ​ຮູ້ແລະ​ແລກປ່ຽນ​ສິລະ​ປະວັດ​ທະນະ​ທຳ​ຮ່ວມກັນ, ​ແລະ​ໄດ້​ເພີ່ມ​ທະວີຄວາມ​ສາມັກຄີ​ແລະ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ​ແລະກໍ​ເຮັດ​ໃຫ້​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ຂອງ​ແຕ່ລະ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ແລະ​ປະສົມ​ປະສານ​ກັນ. ຈາກ​ນີ້​ພວກ​​ເຮົາຈຶ່ງ​​ເວົ້າ​ໄດ້ວ່າ, ສິລະ​ປະ​ວັດທະນະທຳ​​​ໃນ​ຖານະເປັນ​ຂົວ​ຕໍ່​ແຫ່ງ​ການ​ສ້າງ​ຄວາມ​ສາມັກຄີ​ແລະ​ມິດຕະພາບ​ລະຫວ່າງ​ປະ​ເທດ​ອາ​ຊຽນ-ຈີນນັ້ນ, ຈະ​​ເຊື່ອມ​ຕໍ່​ປະ​ເທດ​ຕ່າງໆ​ໃຫ້​ຢູ່​ຮ່ວມກັນ​ຢ່າງ​ໃກ້ຊິດຕະຫຼອດ​ໄປ​ແລະນີ້ຄື​ບົດບາດ​ຂອງສິລະ​ປະວັດທະນະທຳ​."

  ປີ 2016 ​ເປັນ​ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ຄູ່​ເຈລະຈາ​ລະຫວ່າງ​ຈີນ-ອາ​ຊຽນຄົບຮອບ 25 ປີ, ຂະນະ​ດຽວ​ກັນ​ກໍ​ເປັນ​ປີ​ແລກປ່ຽນ​ການ​ສຶກສາລະ​ຫວ່າງ​ຈີນ-ອາ​ຊຽນ​ແລະ​ຈາກ​ຄວາມ​ສຳຄັນດັ່ງກ່າວ, ສະ​ຖາ​ບັນ​ສິລະ​ປະກວາງຊີ​ພ້ອມຈະຈັດ​ກິດຈະກຳຮ່ວມກັບ​ມະຫາວິທະຍາ​ໄລ​ຂອງ​ອາ​ຊຽນຢ່າງຕັ້ງໜ້າ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ວິຊາ​ການ​ລະຫວ່າງ​ນັກ​ຟ້ອນໜຸ່ມ​​ຈີນ-ອາ​ຊຽນ. ຂ່າວ​ແຈ້ງວ່າ, ​ນັກຟ້ອນ​ກໍ​ຄື​ນັກ​ສຶກສາຂະ​ແໜງ​ການ​ຟ້ອນ​ຈາກ​ມະຫາວິທະຍາ​ໄລ​ສິລະ​ປະ​ແຫ່ງ​ຊາດກຳປູ​ເຈຍ, ສະ​ຖາ​ບັນ​ພັດທະນາ​ສິລະ​ປະ​​ກະຊວງ​ວັດທະນະທຳ​ໄທ, ມະຫາວິທະຍາ​ໄລ​ສິລະ​ປະວັດ​ທະນະ​ທຳ​ແຫ່ງ​ຊາດ​ມຽມາ 30 ທ່ານ​ໄດ້​ເຊີນ​ໃຫ້​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບຮົມ​ດັ່ງກ່າວ. ຫຼັງ​ຈາກ​ສຳ​ເລັດຊຸດ​ຝຶກ​ອົບຮົມ​ດັ່ງກ່າວ​ຍັງ​ຈະ​ຈັດ​ຕັ້ງມີ​ການສະ​ແດງ​ຂອງ​ນັກ​ສຶກສາ​ທີ່​ສຳ​ເລັດການ​ຝຶກ​ອົບຮົມ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ