ມຽນມາ​ຕັ້ງ​ຄະນະ​ກຳມະການ​ກະກຽມ "ກອງ​ປະຊຸມ​ປາງ​ລົງ" ສະຕະວັດ​ທີ 21
2016-06-01 16:02:10  cri 
ວັນ​ທີ 31 ພຶດສະພາ​ຜ່າ​ນມາ, ທຳນຽບປະທານາທິບໍດີ​ມຽນມາ​​ໄດ້​ອອກ​ຖະ​ແຫຼ​ງການ, ​ໂດຍປະກາດ​ຄະນະ​ກຳມະການ​ກະກຽມ "ກອງ​ປະຊຸມ​ປາງ​ລົງ" ສະຕະວັດ​ທີ 21 ທີ່​ປະກອບ​ດ້ວຍ​ສະມາຊິກ 16 ທ່ານ, ​ເພື່ອ​ຊຸກຍູ້​ຂະ​ບວນການ​ສັນຕິພາບ​ຂອງ​ປະ​ເທດ​ຕົນ.
​ຖະ​ແຫຼ​ງການ​ດັ່ງກ່າວລະບຸ​ວ່າ, ​ຄະນະ​ກຳມະການ​ກະກຽມ "ກອງ​ປະຊຸມ​ປາງ​ລົງ" ສະຕະວັດ​ທີ 21 ຈະ​ຮັບຜິດຊອບ​ປຶກສາ​ຫາລື​ກັບກຸ່ມປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍຂອງ​ມຽນມາ​ທີ່​ໄດ້​ແລະ​ຍັງ​ບໍ່​ທັນ​ລົງ​ນາມ​ໃນ​ສັນ​ຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ, ​ແລະ​ດີ​ລາຄາຕໍ່​ຂອບ​ການ​ເມືອງ​ຂອງ​ກອງ​ປະຊຸມ​ປາງ​ລົງ​ສະຕະວັດ​ທີ 21.

ທ້າຍ​ເດືອນ​ເມສາ​ປີ​ນີ້, ທ່ານ​ນາງ​ອອງ​ຊານ​ຊູ​ຈີ, ທີ່​ປຶກສາ​ແຫ່ງ​ລັດ​ມຽນມາ​ໄດ້​ສະ​ເໜີ​ຈັດ ​"ກອງ​ປະຊຸມ​ປາງ​ລົງ" ສະຕະວັດ​ທີ 21 ​ເພື່ອ​ບັນລຸ​ສັນຕິພາບ​ຖາວອນ​ແລະ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​, ທັງຮຽກຮ້ອງ​ໃຫ້ກຸ່ມປະກອບ​ອາວຸດຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ສັນຍາ​ຢຸດ​ຍິງ​​ໃຫ້ຫຼາຍ​ກວ່າ​ເກົ່າ, ​ແລະ​ເຂົ້າ​ຮ່ວມ​ຂະ​ບວນການ​ສັນຕິພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ