ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ​​ເນັ້ນ​ຄວນ​​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​​ໃຕ້​ໂດຍ​ຜ່ານ​ການ​ເຈລະຈາ
2016-06-02 10:46:09  cri 
ວັນ​ທີ 1 ມິຖຸນາ​ນີ້, ທ່ານ​ເຕບັນ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ​ກ່າວ​ວ່າ, ການ​​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ຄວນ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຈລະຈາ​ໂດຍ​ສັນຕິ, ​ແລະກຳລັງ​ພາຍ​ນອກ​ບໍ່​ຄວນ​ເຂົ້າ​ແຊກ​ແຊງບັນຫາ​ດັ່ງກ່າວ.

ພາຍຫຼັງ​ພົບ​ປະ​ກັບ​ທ່ານ​ໂງ​ຊວນ​ລີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ທີ່​ ​ຢ້ຽມຢາມ​ກຳປູ​ເຈຍນັ້ນ, ທ່ານ​ເຕບັນ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, "ຫຼັກ​ໝັ້ນ​ຂອງ​ກຳປູ​ເຈຍ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ, ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ດຳ​ເນີນການ​ເຈລະຈາ​​ໂດຍສັນຕິ, ​ເຊິ່ງຄົນນອກ​ບໍ່​ຄວນ​ເຂົ້າ​ແຊກ​ບັນຫາ​ດັ່ງກ່າວ."

ທ່ານ​ເຕບັນ​ກ່າວ​ວ່າ, ​ໃນ​​ໄລຍະກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອາ​ຊຽນ​ແລະ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ-ຈີນ​ບໍ່​ເປັນ​ທາງ​ການ​ທີ່​ຈັດ​ຂຶ້ນ​ຢູ່​ລາວ​ໃນ​ອາທິດ​ຜ່ານ​ມາ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ແຕ່ລະ​ປະ​ເທດປະຊຸມ​ລ້ວນ​ແຕ່​ເຫັນ​ດີ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ປະຕິບັດ​ຕາມ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງ​ແທ້​ຈິງ, ​ເພື່ອ​ບັນລຸ "ມາດຖານ​ການ​ກະທຳ​ຢູ່​ທະ​ເລ​ຈີນ​ໃຕ້" ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ