ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອົສຕຼາລີ: ບໍ່​ສົມຄວນ​ໃຊ້​ການ​ທະຫານລາດຕະ​ເວນ​ກາງ​ນ້ຳ​ພຽງ​ອ້າງ​ບັນຫາ​ທະ​ເລ​ຈີນ​ໃຕ້​ຂົ່ມຂູ່​ຕໍ່​ການ​ແລ່ນເຮືອ​ຢ່າງ​ເສລີ
2016-06-03 16:49:02  cri 
     ຫວ່າງ​ມໍ່​ໆ​ມາ​ນີ້​ໃນ​ໂອກາດ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ​ໂດຍ​ສະ​ເພາະ​ຕໍ່ສະຖານະ​ການ​ທະ​ເລ​ຈີນ​ໃຕ້ນັ້ນ, ທ່ານ​ບອບ ຄາ​ເອີ, ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອົສຕຼາລີ​ກ່າວ​ວ່າ, ສິ່ງ​ທີ່​ພວກ​ເຮົາ​ຕ້ອງການ​ນັ້ນຄື​ຄວາມ​ອົດທົນ​ແລະການ​ໃຊ້​ສະຕິ​ປັນຍາ, ຂະນະ​ດຽວ​ກັນ​ກໍຄວນຢຸດຄວາມ​ຄິດ​ທີ່​ຈ້າງ​ເອົາ​ບັນຫາ​ທະ​ເລ​ຈີນ​ໃຕ້​ຈະ​ຂົ່ມຂູ່​ຕໍ່​ການ​ແລ່ນເຮືອ​ຢ່າງ​ເສລີ​​ເພື່ອ​ໃຊ້​ການ​ທະຫານ​ກວດກາ​ລາດຕະ​ເວນ​.

     ທ່ານ​ບອບອະທິບາຍ​ວ່າ, ​ເຮືອ​ສ່ວນ​ຫຼາຍ​ທີ່​ຜ່ານ​ທະ​ເລ​ຈີນ​ໃຕ້​​ແລະ​ໄປ​ເຖິງ​ທ່າ​ກຳ​ປັ່ນ​ຂອງ​ຈີນ​ລ້ວນ​ແຕ່ບັນທຸກ​ອາຫານ, ວັດຖຸ​ດິບ​ແລະ​ພະລັງງານ, ຂະນະ​ທີ່​ເຮືອ​ທີ່​ແລ່ນ​ອອກ​ຈາກ​ທ່າ​ກຳ​ປັ່ນ​ຂອງ​ຈີນ, ກໍ​ໄດ້​ຂົນ​ສົ່ງ​ຜະລິດ​ຕະພັນ​ຈີນ​ໄປ​ແຫ່ງ​ຕ່າງໆ​ຂອງ​ໂລກ. ສະ​ນັ້ນ, ການ​ແລ່​ນ​ເຮືອ​ຢ່າງ​ເສລີ​ບໍ່​ໄດ້ຖືກ​ຂົ່ມຂູ່.

ທ່ານ​ບອບ​ເຫັນ​ວ່າ​ວິທີ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້ກໍ​ຄືຝ່າຍ​ຕ່າງໆ​ຮ່ວມ​ກັນ​ພັດທະນາ​ທະ​ເລ​ຈີນ​ໃຕ້, ຫາ​ກບໍ່​ແມ່ນ​ຫັນ​ທະ​ເລ​ຈີນ​ໃຕ້​ມາສູ່​ຮູບແບບ​ການ​ທະຫານ, ປະ​ເທ​ດຢູ​ເຂດ​ທະ​ເລ​ຈີນ​ໃຕ້​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປະມົງ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຕໍ່​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ