ອາເມລິກາແມ່ນປະຕິບັດສິດຫຼືອວດອ້າງກຳລັງອາວຸດ?
2016-06-04 16:06:11  cri 

ທ່ານເລສເລຍ ຟົງ, ອະດີດຮອງຜູ້ອຳນວຍການໃຫຍ່ບໍລິຫານງານລະດັບສູງຂອງກຸ່ມບໍ ລິສັດຄຸມຫຸ້ນຂະແໜງການໜັງສືພິມສິງກະໂປ
ຫຼື SPH ທັງເປັນອະດີດ ບັນນາທິການໃຫຍ່ຂອງ "ໜັງສືພິມ Straits Times" ໄດ້ຂຽນບົດຄວາມ, ໂດຍໄດ້ຕິຕຽນການກະທຳຂອງ
ກຳປັ່ນຂັບໄລ່ຂອງອາເມລິກາທີ່ເດີນເຮືອເຂົ້າສູ່ທະເລຈີນໃຕ້ຫວ່າງມໍ່ໆມານີ້ ແລະກ່າວວ່າ "ນີ້ແມ່ນເສລີພາບແຫ່ງການເດີນເຮືອ". ບົດ
ຄວາມຂຽນວ່າ, ຈຸດປະສົງຂອງການກະທຳຕ່າງໆຂອງອາເມລິກາຢູ່ທະເລຈີນໃຕ້ເພື່ອຂັດຂວາງການເຕີບໂຕຂຶ້ນຂອງຈີນ, ແລະສະກັດ
ກັ້ນບໍ່ໃຫ້ຈີນທ້າທາຍຖານະການປົກຄອງຂອງອາເມລິກາ.

ບົດຄວາມດັ່ງກ່າວທີ່ພາດຫົວເລື່ອງວ່າ "ການເດີນເຮືອຢ່າງເສລີຂອງອາເມລິກາ: ແມ່ນສົມເຫດສົມຜົນຫຼືມະຫາອຳນາດ?" ແມ່ນຂຽນເປັນ
ຈົດໝາຍ, ທ່ານເລສເລຍແຕ່ງເລື່ອງວ່າ: ນາງໂອເບກອງ, ລູກສາວຂອງຊາວປະມົງໄຕ້ຫວັນຂອງຈີນໄດ້ຂຽນຈົດໝາຍໄປຍັງທ່ານຮາຣີ
ຮາຣິສ, ຜູ້ບັນຊາການຂອງກອງບັນຊາການປາຊີຟິກ ຂອງອາເມລິກາກ່ຽວກັບກຳປັ່ນອາເມລິກາເດີນເຮືອເຂົ້າສູ່ທະເລຈີນໃຕ້, ຈົດໝາຍ
ນີ້ຍັງສົ່ງໄປຍັງທ່ານອາສຕັນ ກາເຕີ, ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາແລະທ່ານຊິນໂຈ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນ
ພ້ອມກັນ. ຈົດໝາຍດັ່ງກ່າວນີ້ໄດ້ສຽດສີອາເມລິກາທີ່ເອົາການເດີນເຮືອຢ່າງເສລີເປັນຂໍ້ອ້າງເພື່ອອວດອ້າງກຳລັງອາວຸດຕໍ່ຈີນ.

ບົດຄວາມໄດ້ຕິຕຽນ "ການເດີນເຮືອຢ່າງເສລີ"ເທື່ອແລ້ວເທື່ອອີກຂອງອາເມລິກາ ຢູ່ທະເລຈີນໃຕ້, ແລະຂຽນວ່າ ນີ້ແມ່ນເອົາຊີວິດຂອງ
ລູກເຮືອມາສ່ຽງໄພ. ອາເມລິກາທ້າທາຍເກາະຜິດຕໍ່ຈີນຄັ້ງແລ້ວຄັ້ງອີດເໝືອນດັ່ງການຫຼິ້ນໄຟ. ຖ້າວ່າສະຖານະການບໍ່ສາມາດຄວບຄຸມ
ໄດ້, ຝ່າຍຕ່າງໆໃນພາກພື້ນນີ້ກໍ່ຈະຮັບຜົນຮ້າຍ. ບົດຄວາມຍັງຖຽນວ່າ: "ອາເມລິກາບໍ່ມີສິດຊອບທຳຢູ່ແຫ່ງນີ້, ແຕ່ເປັນຫຍັງພວກຂ້າພະ
ເຈົ້າຕ້ອງຮັບຜົນເສຍຫາຍຍ້ອນມັນ?"

ບົດ​ຄວາມ​ລະບຸ​ວ່າ, ອາ​ເມ​ລິ​ກາ​ບໍ່​ສາມາດ​ຍົກ​ຕົວຢ່າງ​ວ່າ​ຈີນ​ໄດ້​ປະຕິ​ເສດ "ສິດ​​​ເດີນເຮືອ​ຢ່າງເສລີ" ຂອງ​ຝ່າຍ​ໃດໆ, ກໍ​ບໍ່​ສາມາດ​ຊີ້​ອອກ​ວ່າ​ການສ​ະ​ແດງ​ທ່າ​ທີ​ໃດໆ​ຂອງ​ປັກ​ກິ່ງ​ໄດ້​ຂົ່ມຂູ່​ເຖິງ​ສິດ​ເສລີພາບ​ດ້ານ​ການ​​ເດີນ​ເຮືອ​ຂອງ​ປະ​ເທດ​ອື່ນໆ. ວໍ​ຊິງ​ຕັນ​ໄດ້​ຫຼີກ​ເວັ້ນບໍ່ເວົ້າ​ກ່ຽວ​ກັບ​ເລື່ອ​ງນີ້, ຂະ​ນະ​ດຽວ​ກັນ​ນັ້ນ​ຍຶດໝັ້ນ​ບໍ່​ໃຫ້​ຈີນ​ປົກ​ປັກ​ຮັກສາ​ສິດ​ຜົນ​ປະ​​ໂຫຍ​ດຂອງ​ຕົນ​ຢູ່​ທະ​ເລ​ຈີນ​ໃຕ້.

ບົດ​ຄວາມ​ໄດ້​ຕອບ​ໂຕ້​ຄວາມ​ເວົ້າ​ກ່ຽວ​ກັບ "ຈີນ​ສ້າງ​ສະໜາມ​ບິນ​ແລະ​ສິ່ງ​ກໍ່ສ້າງ​ອື່ນໆ​ແມ່ນ​ຫັນ​ເປັນ​ແບບ​ການ​ທະຫານ, ​ແລະ​ໄດ້​ຂົ່ມຂູ່​ເຖິງ​ປະ​ເທດ​ອື່ນໆ​ຢູ່​ພາກ​ພື້ນ​ດັ່ງກ່າວ", ​ແລະ​ໄດ້​ຖາມ​ຜູ້​ບັນຊາ​ການ​​ໃຫຍ່​ຂອງ​ກອງບັນຊາ​ການ​ມະຫາ​ສະມຸດ​ປາຊີ​ຟິກອາ​ເມ​ລິ​ກາ​ວ່າ, ອາ​ເມ​ລິ​ກາ​ໄດ້ນຳ​ໃຊ້​ຄ້າຍ​ທະຫານ​ຫຼື​ສິ່ງ​ກໍ່ສ້າງ​ການ​ທະຫານປະມານ 800 ​ແຫ່ງ​ຢູ່ 60 ກວ່າ​ປະ​ເທດ​ໃນ​ໂລກ, ຍິ່ງ​ກວ່າ​ນັ້ນ, ບາງ​ຄ້າຍ​ທະຫານ​ໄດ້​ຕັ້ງ​ຢູ່​ໜ້າ​ປະຕູ​ຂອງ​ຈີນ​ໂດຍ​ກົງ. ​ໃນ​ຈົດໝາຍ​ດັ່ງກ່າວ​ໄດ້​ເວົ້າ​ສຽດ​ສີ​ຕໍ່​ທ່ານ​ຮາຣິ ຮາຣິສວ່າ: "ທ່ານຈັ່ງ​ແມ່ນ​ເສ​ດຖີ​ແທ້​ໆ! "

ບົດ​ຄວາມ​ລະບຸ​ວ່າ, ອາ​ເມ​ລິ​ກາ​ບໍ່​ລື້​ງ​ເຄີຍ​ຮັບຮອງ​ວ່າ​ຕົນ​ເອງ​ໄດ້​ກະທຳ​ຜິດ​ຫຼື​ວ່າ​ຮັບຮອງ​ຕົນ​ເອງ​ອາດ​ຈະ​ກະທຳ​ຜິດ, ອາ​ເມ​ລິ​ກາ​ພຽງ​ຮັບຮອງ​ວ່າ​ມະຫາ​ອຳນາດ​ເປັນຄວາມ​ທຳ​ເທົ່າ​ນັ້ນ. ສະ​ນັ້ນ​, ຂໍ​ໃຫ້​ອາ​ເມ​ລິ​ກາ​ຢ່າ​​ເວົ້າ​ຫຼັກ​ການ​ແລະ​ກົດໝາຍ​ສາກົນ​ທີ່​ສູງ​ສົ່ງ​ອີກ​​ແລ້ວ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ