ໄຂ​ກອງ​ປະຊຸມ​ສຳ​ມະ​ນາ​ຈີນ-ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ​
2016-06-04 14:46:03  cri 
ວັນ​ທີ 3 ມິຖຸນາ​ນີ້, ກອງ​ປະຊຸມ​ສຳ​ມະ​ນາ​ຈີນ-ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ​ທີ່​ຄະນະ​ຜູ້​ຕ່າງ​ໜ້າ​ຖາວອນ​ຈີນປະຈຳ​ອາ​ຊຽນ​ເປັນ​ເຈົ້າພາບ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊາ​ມະຣັງ​ແຂວງ​ຈາ​ວາ​ກາງປະ​ເທດ​ອິນ​ໂດ​ເນ​ເຊຍ.

ຜູ້​ຊ່ຽວຊານ​ປະມານ 30 ທ່ານ​ທີ່​ມາ​ຈາກ​ອິນ​ໂດ​ເນ​ເຊຍ, ​ໄທ, ມາ​ເລ​ເຊຍ, ສິງກະ​ໂປ, ກຳປູ​ເຈຍ, ຟີ​ລິບ​ປີນ​ແລະ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ​ເທື່ອ​ນີ້. ​ເຊິ່ງພວກ​ເພິ່ນ​ໄດ້​ຫວນຄືນ​ 25 ປີ​ທີ່​ຈີນ​ແລະ​ອາ​ຊຽນສ້າງ​ການ​ພົວພັນຄູ່​ເຈລະຈາ, ​ແລະ​ໄດ້​ປຶກສາ​ຫາລື​ສະຖານະ​ການ​ຄວາມ​ໝັ້ນຄົງ​ຂອງ​ອາຊີ​ຕາ​ເວັນ​ອອກ, ການ​ສ້າງ​ກົນ​ໄກ​ຄວາມ​ໝັ້ນຄົງ​ຂອງ​ອາຊີ​ຕາ​ເວັນ​ອອກ​ແລະ​ບັນຫາ​ທະ​ເລ​ຈີນ​ໃຕ້.

ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພາກັນ​ສະ​ແດງ​ວ່າ, ພາຍຫຼັງ​ປະຊາ​ຄົມ​ອາ​ຊຽນສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2015 ​ແລ້ວ, ລະດັບ​ກາ​ນຄ້າ​​ເສລີ​ແລະ​ເຊື່ອມ​ຈອດ​ກັນ​ພາຍ​ໃນ​​ອາ​ຊຽນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຄຽງ​ຄູ່​ກັບ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ​ໄດ້​ພັດທະນາ​ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ການ​ຍົກ​ລະດັບ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈະອຳນວຍໂອກາດ​ທີ່​ດີ​ໃຫ້​​ແກ່​ການລົງ​ເລິ​ກການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

​ຜູ້​​ເຂົ້າ​ຮ່ວມ​ປະຊຸມ​ເຫັນ​ວ່າ, ສະຖານະ​ການ​ຄວາມໝັ້ນຄົງ​ຂອງ​ພາກ​ພື້ນ​ຕ້ອງການ​ປະ​ເທດ​ຕ່າງໆ​ຢູ່​ພາກ​ພື້ນ​ແຫ່ງ​ນີ້​ຮ່ວມ​ກັນ​ປົກ​ປັກ​ຮັກສາ, ຂະນະ​ທີ່​ການຮັກສາ​ຄວາມໝັ້ນຄົງຂອງ​ອາຊີ​ຕາ​ເວັນ​ອອກ​ແມ່ນ​ຄວາມ​ປາດ​ຖະໜາ​ຮ່ວມ​ກັນ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ຢູ່​ພາກ​ພື້ນ​ແຫ່ງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ