​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບກອງ​ປະຊຸມສົນທະນາ​ແຊ​ງລີ​ລາ
2016-06-05 15:06:25  cri 
  ຕາມຂ່າວສານຊິນ​ຮວາ: ວັນ​ທີ 4 ມິຖຸນາ​ນີ້, ທ່ານ​ນາງ ຮວ້າ​ຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບຄຳ​ເຫັນ​ຂອງ​ບຸກຄົນທີ່​ກ່ຽວຂ້ອງທີ່ກ່າວໃນກອງ​ປະຊຸມສົນທະນາ​ແຊ​ງລີ​ລາ.

  ມີ​ນັກ​ຂ່າວ​ຖາມ​ວ່າ: ວັນ​ທີ 3 ມິຖຸນາ​ນີ້, ​ທ່ານ ປຣະຢຸດ ​ຈັນ​ໂອຊານາຍົກລັດຖະ ມົນຕີ​ໄທ​ໄດ້​ກ່າວ​ປາ​ໄສ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ດັ່ງກ່າວ​ວ່າ, ບັນດາ​ປະ​ເທດຢູ່​ພາກ​ພື້ນຄວນ​ປະ​ຄວາມ​ຂັດ​ແຍ້​ງກັນ​ຕໍ່​ບັນຫາ​ຊາຍ​ແດນ​ທາງ​ທະ​ເລ​ແລະ​ສະ​ແຫວ​ງຫາ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໂດຍ​ຜ່າ​ນຮູບ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຂະນະ​ທີ່​ທ່ານ ຣິອາ​ມີ​ຈາດ ຣິອາຄຸ​ດຸ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ໃນກອງ​ປະຊຸມວ່າ, ຄວນ​ພິຈາລະນາ "ກົດບັດສະຫະ​ປະຊາ​ຊາດ" "ສົນທິ​ສັນຍາສະຫະ​ປະຊາ​ຊາດວ່າ​ດ້ວຍ​ກົດໝາຍ​ທະ​ເລ" "ຖະ​ແຫຼ​ງການ​ແຫ່ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ​ແລະທາງປະຫວັດສາດ​ຢ່າງຮອບດ້ານ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຈີນ​ໃຕ້​ຢ່າງ​ເທື່ອ​ລະ​ກ້າວ. ຂໍ​ຖາມ​ວ່າຈີນມີ​ຄຳ​ເຫັນ ແນວ​ໃດ​ຕໍ່​ເລື່ອງ​ດັ່ງກ່າວ?

  ທ່ານ​ນາງ ຮວ້າ​ຊຸນ​ຢິງ ກ່າວ​ວ່າ, ຈີນ​ໄດ້​ເຫັນ​ການສະ​ແດງ​ທ່າ​ທີ​ທີ່​ກ່ຽວຂ້ອງ​ແລ້ວ. ຈີນ​ເຫັນ​ດີ​ແລະລິ​ເລີ່​ມ​ໃຫ້​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ​ດ້ວຍ "​ແນວ​ຄວາມ​ຄິດ​ສອງ​ຊ່ອງ​ທາງ" ທີ່​ສະ​ເໜີ​ໂດຍ​ປະ​ເທດ​ອາ​ຊຽນຄື ໃຫ້ປະ​ເທດ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​​ແລະການ​ເຈລະຈາໂດຍ​ກົງ, ຈີນ​ແລະ​ອາ​ຊຽນຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ຖຽນລ​ະພາບ​ຂອງ​ທະ​ເລ​ຈີນ​ໃຕ້. ນາງ​ກ່າວ​ຕື່ມ​ວ່າ, ສຳລັບ​ປະ​ເທດ​ໃນ​ພາກ​ພື້ນ​ແລ້ວ, ສິ່ງ​ທ້າ​ທາຍ​ຈາກ​ບັນຫາ​ຄວາມ​ໝັ້ນຄົງທາງ​ທະ​ເລ​​ແບບໃໝ່​ໃນ​ປັດຈຸບັນມີ​ຄວາມ​ຂ້ຽວ​ຂາດຫຼາຍ​ກວ່າ, ​ເຊິ່ງຝ່າຍຕ່າງໆຄວນ​ເພີ່ມ​ທະວີ​ການ​ຮ່ວມມືທາງ​ທະ​ເລທີ່​ແທ້​ຈິງ ​ເພື່ອຮ່ວມ​ກັນ​ຮັບ​ມື​ກັບ​ໄພຂົ່ມຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ​ແບບ​ໃໝ່​ໃຫ້​ດີ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ທາງ​ທະ​ເລ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ