ເສັ້ນຂີດ​ຕໍ່ຢູ່​ທະ​ເລ​ຈີນ​ໃຕ້​ແມ່ນ​ຫຍັງ ​ແລະ ​ເປັນ​ຫຍັງ​ຈຶ່ງ​ເປັນ​ເສັ້ນຂີດ​ຕໍ່?
2016-06-06 16:38:55  cri 
​ເມື່ອ​ເດືອນ​ກຸມພາ​ປີ 1948, ລັດຖະບານ​ຈີນ​ໃນສະ​ໄໝນັ້ນ​ໄດ້​ປະກາດ​ແຜນ​ທີ່​ທີ່​ຕັ້ງຂອງ​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້ ​ເຊິ່ງ​ເປັນ​ແຜນ​ທີ່​ປະກອບ​ໃນ​ແຜນ​ທີ່ການ​ປົກຄອງ​ສາທາລະນະ​ລັດ​ຈີນ ​ໂດຍ​ໄດ້​ຂີດ​ແບ່ງ​ຊາຍ​ແດນ​ປະ​ເທດຈີນ​ເປັນ​ເສັ້ນຂີດ​ຕໍ່ 11 ຕອນ ​​ໂດຍ​ໄດ້ກຳນົດ​ເອົາ​ເຂດ​ທະ​ເລ​ໃນ​ບໍລິ​ເວນພາກ​ຕາ​ເວັນ​ຕົກເລີ່​ມ​ແຕ່ປາກ​ແມ່​ນ້ຳ​ໄປ໋ລຸນ, ພາກ​ໃຕ້​ໄປ​ເຖິງຫີນ​ໂສ​ໂຄກ​​ເຈິງມູ໋ ​ແລະ​ພາກ​ຕາ​ເວັນ​ອອກ​ໄປ​ເຖິງພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ເກາະ​ໄຕ້​ຫວັນ ​ເປັນ​ຂອງ​ປະ​ເທດ​ຈີນ ພ້ອມ​ທັງ​ໝາຍ​​ "ສາທາລະນະ​ລັດຈີນ" ໃສ່​​ເຂດ​ທະ​ເລ​ດັ່ງກ່າວ. ດັ່ງນັ້ນ, ​​ເສັ້ນຊາຍ​ແດ​ນຂອງ​ເຂດ​ທະ​ເລ​ນີ້​ຈຶ່ງ​ເປັນ​ເສັ້ນຂີດ​ຕໍ່​ທີ່​ເຫັນດັ່ງ​ໃນ​ປັດຈຸບັນ ​ແລະ​ເ​ປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈີນ​ມີ​ສິດ​ອະທິປະ​ໄຕ​ເໜືອ​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້ ພ້ອມ​ທັງ​ຂອບ​ເຂດ​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ທີ່​ກ່ຽວຂ້ອງຂອງ​ຈີນ. ຈາກ​ນັ້ນຫຼາຍ​ປີຜ່ານ​ມາ, ​ການ​​ຢູ່ຄົງ​ຕົວ​ແລະ​ຖານະ​ທາງ​ກົດໝາຍຂອງຊາຍ​ແດນ​​ເສັ້ນຂີດ​ຕໍ່​ຢູ່​ທະ​ເລ​ຈີນ​ໃຕ້​ຂອງ​ຈີນ ບໍ່​ໄດ້​ຖືກ​ສົງ​ໄສ​ແລະ​​ທ້າ​ທາຍ​ຈາກ​ປະ​ເທດ​ອື່ນ​​ແຕ່​ປະການ​ໃດ. ການ​ຂີດ​ເສັ້ນຂີດ​ຕໍ່ຢູ່​ທະ​ເລ​ຈີນ​ໃຕ້​ກໍ​ເພື່ອ​ຢ້ຳຄືນ​ອະທິປະ​ໄຕ​ແລະ​ສິດ​ທີ່​ກ່ຽວຂ້ອງ​ຂອງ​ຈີນ, ຫາກ​ບໍ່​ແມ່ນ​ຂີດ​ແບ່ງ​ເສັ້ນຂີດ​ຕໍ່​ເຫຼົ່ານີ້​ແລ້ວ​ຈີນ​ຈຶ່ງ​ມີ​ອະທິປະ​ໄຕ​ແລະ​ສິດ​ທີ່​ກ່ຽວຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ