ການ​ສຳຫຼວດທີ່​ສາມາດ​ຢັ້ງຢືນ​ອະທິປະ​ໄຕ​ຕໍ່​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້​ທີ່​ຊົງ​ອິດ​ທິພົນ​ທີ່​ສຸດ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ​ແມ່ນ​ຫຍັງ?
2016-06-07 16:49:36  cri 
    ແມ່ນ "ການວັດ​ແທກ​ທົ່ວ​ປະ​ເທດ" ​ໃນ​ລາຊະວົງ​ຢວນ. ປີ 1279 ​ເພື່ອ​ກຳນົດຈັນທະຄະຕິ​ໃໝ່, ສົມ​ເດັດ ຮູ​ປີ​ເລ ຮ່ອງ​ເຕ້ສື້ຈູ​ລາຊະວົງ​ຢວນ​ໄດ້​ສັ່ງ​ໃຫ້​ທ່ານ ກົ່ວ​ໂສ​ຈິ້ງ ນັກ​ດາລາສາດ​ໄປ​ດຳ​ເນີນ "ການວັດ​ແທກ​ທົ່ວ​ປະ​ເທດ". ຕາມ​ການ​ບັນທຶກ​ໃນ "ປະຫວັດສາດ​ລາຊະວົງ​ຢວນ", ທ່ານ ​ກົ່ວ​ໂສ​ຈິ້ງ ​ໄດ້​ເລືອກ​ບ່ອນວັດ​ແທກພາກ​ໃຕ້​ຢູ່​ເສັ້ນຂະໜານທີ 14,47 ອົງສາ​ເໜືອ. ​ເນື່ອງ​ຈາກ​ວ່າ​ວິທີ​ວິທະຍາສາດ​ເຕັກນິກ​ໃນ​ສະ​ໄໝ​ນັ້ນມີ​ຈຳກັດ, ຈຸດວັດ​ແທກ​ທີ່​ທ່ານ ​ກົ່ວ​ໂສ​ຈິ້ງ ​ເລືອກ​ນັ້ນ ສ່ວນຫຼາຍຜິດ​ໂຕນ​ກັນ​ປະມານ 1 ອົງສາ. ສະນັ້ນ, ​ເມື່ອ​ບວກເສັ້ນຂະໜານທີ 14,47 ອົງສາ​ເໜືອ​ກັບ 1 ອົງສາ ກໍ​ແມ່ນ​ໝູ່​ເກາະ​ຊີ່​ຊ່ານັ້ນ​ເອງ. ການ​ທີ່​ລາຊະວົງ​ຢວນຕັ້ງຈຸດ​ວັດ​ແທກ​ດາລາສາດ​ຢູ່​ໝູ່​ເກາະ​ຊີ່​ຊ່ານັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ປົກຄອງ​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້​ຢ່າງຈິງ​ຈັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ