ສຳ​ເລັດກອງ​ປະຊຸມ​ສົນທະນາ​ທາງ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ຈີນ-ອາ​ເມ​ລິ​ກາ​ຄັ້ງທີ 8
2016-06-08 16:24:45  cri 

ກອງ​ປະຊຸມ​ສົນທະນາ​ທາງ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ລະຫວ່າງຈີນ-ອາ​ເມ​ລິ​ກາ​ຄັ້ງທີ 8 ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໄດ້​ສຳ​ເລັດແລ້ວ​ໃນ​ຕອນ​ບ່າຍ​ວັນ​ທີ 7 ມິຖຸນາ​ນີ້ ​ໂດຍ​ສອງ​ຝ່າຍໄດ້ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຫຼາຍຂົງ​ເຂດ​ທັງ​ຂອບສອງ​ຝ່າຍ​ແລະຫຼາຍຝ່າຍ ​ເຊັ່ນ ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ. ນອກ​ນີ້, ສອງ​ຝ່າຍ​ເຫັນ​ພ້ອມ​ກັນ​ຈະ​ຄວບ​ຄຸມ​ຄວາມ​ເຫັນ​ຂັດ​​ແຍ້​ງກັນລະຫວ່າງ​ສອງ​ປະ​ເທດ​ດ້ວຍ​ວິທີ​ສ້າງສັນ.

​ໃນ​ກອງ​ປະຊຸມ​ສົນທະນາ​​ເທື່ອ​ນີ້, ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ​ລະຫວ່າງ​ຈີນ​ແລະ​ອາ​ເມ​ລິ​ກາ​ມີ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ ​ໂດຍ​ອົງການ​ຕິດຕາມ​ຄຸ້ມ​ຄອງ​ການ​ທະນາຄານ​ຂອງ​ສອງ​ປະ​ເທດ​ກໍ​ຍິນ​ດີ​ຊຸກຍູ້​ການ​ນຳ​ໃຊ້​ຂໍ້​ມູນ​ຂ່າວສານ​ຮ່ວມ​ກັນ​ແລະ​ຮ່ວມ​ມື​ກັນຈັດຕັ້ງ​ປະຕິບັດ​ກົດໝາຍ​ຂ້າມ​ຊາດ ​ເຊັ່ນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕິດຕາມ​ການ​ຕ້ານ​ການ​ຟອກ​ເງິນ, ການ​ລະດົມ​ທຶນ​ເພື່ອ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ລວມທັງ​ການ​ຜະລິດ​ແລະ​ນຳ​ໃຊ້​ເງິນ​ປອມ ​ແລະ​ອື່ນໆ. ນອກ​ນີ້, ສອງ​ຝ່າຍ​ຍັງ​ເຫັນ​ດີ​ຮ່ວມ​ມື​ກັນ​​ໃຫ້​ແໜ້ນ​ແຟ້ນຕື່ມ ​ເພື່ອ​ຮ່ວມ​ກັບ​ຝ່າຍ​ຕ່າງໆຊຸກຍູ້ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນຢູ່​ເມືອງ​ຫັງ​ໂຈ່​ວຂອງ​ຈີນ​ໃນ​ເດືອນ​ກັນຍາ​ປີ​ນີ້​ໃຫ້​ໄດ້​ຮັບ​ຜົນ​ຕາມ​ຄາດໝາຍ ​​ແລະຮັບປະກັນ​ໃຫ້ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ຮັບ​ຜົນສຳ​ເລັດ​ເປັນຢ່າງ​​ດີ. ຂະນະ​ດຽ​ວກັນ, ສອງ​ຝ່າຍ​ຍັງ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ອິນ​ເຕີ​ເນັດ, ຕຸລາການ​ແລະການ​ປະຕິບັດ​ກົດໝາຍ, ການ​ນຳ​ຈັບ​ຜູ້​ສໍ້​ລາດ​ບັງຫຼວງ​ແລະ​ກູ້​ຂອງ​ກາງຄືນ, ພະລັງງານ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ດ່ານ​ພາສີ, ສາທາລະນະ​ສຸກ, ການບິນ​, ການ​ອະນຸລັກ​ທະ​ເລ ​ແລະ​ອື່ນໆ ​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດທີ່​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດຫຼາຍກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ