ມະຫາວິທະຍາ​ໄລ​ແຫ່​ງຊາດ​ຮາ​ໂນ້ຍຂອງ​ຫວຽດນາມ​ສ້າງ​ສະຖານ​ບັນ​ຄົ້ນຄວ້າ​ຈີນ
2016-06-10 14:40:06  cri 
ວັນ​ທີ 9 ມິຖຸນາ​ນີ້, ມະຫາວິທະຍາ​ໄລ​ແຫ່​ງຊາດ​ຮາ​ໂນ້ຍຂອງ​ຫວຽດນາມ​ໄດ້​ສ້າງ​ສະ​ຖາ​ບັນ​ຄົ້ນຄວ້າ​ປະ​ເທດ​ຈີນ, ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ຕໍ່​ປະ​ເທດ​ຈີນ​ແລະ​ຊຸກຍູ້​ປັບປຸງສາຍ​ພົວພັນ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດ.

​ໃນ​​ໂອກາດ​ກ່າວ​ຄຳ​ປາ​ໄສ​​ໃນ​ພິທີ​ສ້າງ​ສະ​ຖາ​ບັນ​ຄົ້ນຄວ້າ, ທ່ານ​ຟຸງ​ຊວນ​ງ່າ, ລັດຖະມົນຕີ​ກະຊວງ​ສຶກສາ​ອົບຮົມ​ຫວຽດນາມ​ທັງ​ເປັນ​ອະທິການ​ບໍດີ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮາ​ໂນ້ຍກ່າວ​ວ່າ, ​ໂຄງການ​ຄົ້ນຄວ້າ​ທຳ​ອິດ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ແມ່ນບົດບາດ​ຊີ້​ແຈງ​ຂອງ​ບົດຮຽນ​ການ​ປະຕິ​ຮູບ​ດ້ານ​ການ​ສຶກສາ​ຂອງ​ຈີນ​ຕໍ່​ຫວຽດນາມ, ຫວັງ​ວ່າ​ໝາກຜົນ​ຄົ້ນຄວ້າ​ສາມາດ​ຊ່ວຍ​ເຫຼືອ​ການ​ພັດທະນາ​ຂອງ​​ໂຮງຮຽນ​ຊັ້ນ​ສູງ​ຂອງ​ຫວຽດນາມ. ທ່ານ​ຊ້າຍ​ກ້ວນ​ເຊີນ, ປະທານ​ກຸ່ມ​ບໍລິສັດ​ຊິນ​ຮວາຈີນ​ກ່າວ​ວ່າ, ມູນ​ນິທິ​ຊິນຮວາ​ຈະ​ສະໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ໂຄງການ​ຄົ້ນຄວ້າ​ທີ່​ກ່ຽວຂ້ອງ, ​ແລະ​ຈະ​ເຊື້ອ​ເຊີນຄະນະ​ຜູ້​ຊ່ຽວຊານ​ຫວຽດນາມ​ໄປ​ສຳ​ຫຼວດຢູ່​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ