ມີ 50 ຄົນ​ເສ​ຍຊີວິດຈາກ​​ເຫດກວາດ​ຍິງ​ຢູ່​ອາ​ເມ​ລິ​ກາ
2016-06-13 16:53:18  cri 
    ຕອນ​ຮຸ່ງ​ເຊົ້າວັນ​ທີ 12 ມິຖຸນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ຮ້ານ​ລາຕີ​ບັນ​ເທີ​ງ​ແຫ່ງ​ໜຶ່ງ​ໃນ​ເມືອງ​ໂອລານ​ໂດ​ສະຫະລັດ​ອາ​ເມ​ລິ​ກາ ​ໄດ້​ເກີດ​ເຫດ​ກວາດຍິງ​ປືນ​ໃສ່​ນັກ​ທ່ຽວ​ລາຕີ ສົ່ງ​ຜົນ​ເຮັດ​ໃຫ້ 50 ຄົນ​ເສຍ​ຊີວິດ​ເປັນ​ຢ່າງ​ໜ້ອຍ ​ແລະ​ອີກ 53 ຄົນ​ບາດ​ເຈັບ, ຂະນະ​ທີ່​ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ປະນາມ​ວ່າ​ນີ້​ແມ່ນ​ການ​ກໍ່​ການ​ຮ້າຍ.

    ເ​ຫດການດັ່ງກ່າວ​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 2 ​ໂມງ​ຂອງ​ວັນ​ທີ 12 ມິຖຸນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ ​ໂດຍຫຼັງ​ເກີດ​ເຫດ, ທ່ານ ຈອນ ມີນາ ຫົວໜ້າ​ພະ​ແນ​ກ​ຕຳຫຼວດ​ເມືອງ​ໂອລານ​ໂດ​ກ່າວ​ວ່າ, ມື​ປືນ​ຄົນ​ໜຶ່ງ​ເຄີຍ​ຍິງ​ຕໍ່ສູ້ກັບ​ຕຳຫຼວດ​ຜູ້​ໜຶ່ງ​ໃນ​ເວລາ​ສັ້ນໆ ​ແລະ​ຮ່ອງຮອຍ​ຢູ່​ສະຖານ​ທີ່​ເກີ​ດ​ເຫດ​ສະ​ແດງ​ໃຫ້​ເຫັນ​ວ່າ ການຫຼອນ​ໂຈມ​ຕີ​ຂອງ​ມື​ປືນ "ມີ​ການ​ຈັດຕັ້ງ​ແລະ​ກະກຽມ​ມາ​ເປັນ​ຢ່າງ​ດີ". ຂະນະ​ທີ່ທ່ານ ບຸດ​ດີ ດີ​ເອີ ​ເຈົ້າ​ເມືອງ​​ໂອລານ​ໂດ​ຢືນຢັນ​ໃນ​ມື້​ດຽວ​ກັນ​ວ່າ, ​ເຫດການ​ດັ່ງກ່າວ​ສົ່ງ​ຜົນ​ເຮັດ​ໃຫ້ 50 ຄົນ​ເສ​ຍຊີວິດ​ແລະອີກ 53 ຄົນ​ບາດ​ເຈັບ.

    ມື້​ດຽວ​ກັນ, ທຳນຽບຂາວ​ໄດ້​ຖະ​ແຫຼງ​ຂ່າວ​ວ່າ, ​ເຖິງ​ວ່າ​ປັດຈຸບັນ​ຢູ່​ໃນ​ໄລຍະ​ສືບສວນ​​ເບື້ອງ​ຕົ້ນກໍ​ຕາມ, ​ແຕ່ກໍ​ສາມາດ​ເກັບ​ກຳ​ຂໍ້​ມູນ​ໄດ້​ຢ່າງພຽງພໍ​​ແລ້ວ​ທີ່​ຈະສະຫຼຸບ​ໄດ້ວ່າ ນີ້​ແມ່ນ​ການ​ກະທຳ​ກໍ່​ການ​ຮ້າຍ​ແລະ​​ເປັນຄວາມອາ​ຄາດ​ບາດໝາງ.

    ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ນີ້​ແມ່ນ​ເຫດການກວາດ​ຍິງ​ທີ່​ເຮັດ​ໃຫ້​ຄົນ​ເສຍ​ຊີວິດຫຼາຍທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ