ຜູ້​ຊ່ຽວຊານບັນຫາ​ສາກົນປະ​ເທດ​ແອັສປາຍ​ຊີ້ ການ​ຕັດສິນບັນຫາ​ທະ​ເລ​ຈີນ​ໃຕ້​ຈະ​ບໍ່​ມີ​ຜົນ​ສັກ​ສິດ​ໃດໆ
2016-06-14 17:00:37  cri 
ວັນ​ທີ 13 ມິຖຸນາ​ນີ້, ທ່ານ​ ຊຸ​ລິ​ໂອ ຣີ​ໂອສ໌ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ກາລີ​ເຊຍ​ທີ່​ເປັນສະມາຄົມ​ຜູ້​ຊົງ​ຄຸນ​ວຸດທິປະ​ເທດ​ແອັສປາຍ ທັງ​ເປັນຫົວໜ້າ​ສູນສັງ​ເກດ​ນະ​ໂຍບາຍ​ຈີນ​ປະ​ເທດ​ດັ່ງກ່າວໃຫ້​ສຳພາດ​ຕໍ່ນັກ​ຂ່າວ​ໂດຍ​ກ່າວ​ວ່າ: ຂໍ​ກະແຈ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ທີ່​ກ່ຽວຂ້ອງ​ໃນບັນຫາ​ທະ​ເລ​ຈີນ​ໃຕ້​ຕ້ອງ​ໄດ້​ຜ່ານການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ ຫາກ​ບໍ່​ແມ່ນ​ການ​ຕັດສິນ​ພຽງ​ແຕ່​ຝ່າຍ​ດຽວ​ເທົ່າ​ນັ້ນ; ການ​ເຈລະຈາ​ຈະ​ເປັນ​ປະ​ໂຫຍ​ດຕໍ່​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ​ແຕ່ການ​ຕັດສິນ​ມີ​​ແຕ່​ຈະ​ພາ​ໃຫ້​ຄວາມ​ຂັດ​ແຍ້​ງກັນ​ຮຸນ​​ແຮງ​ຂຶ້ນ​ຕື່ມ. ​ເບິ່ງ​ໃນ​ແງ່ກົດໝາຍ​ແລະພຶດຕິ​ກຳຕົວ​ຈິງ​ແລ້ວ, ການ​ຕັດສິນ​ພຽງ​ແຕ່​ຝ່າຍ​ດຽວນັ້ນບໍ່​ມີ​ຜົນ​ສັກ​ສິດ​ແຕ່​ປະການ​ໃດ.

ທ່ານ ຊຸ​ລິ​ໂອ ກ່າວຕື່ມ​ວ່າ: ຖ້າ​ຫາກ​ສານ​ຕັດສິນ​ບໍ່​ສາມາດ​ເຮັດ​ໃຫ້​ສອງ​ຝ່າຍ​ກ້າວ​ເຖິງຂັ້ນ​ມີ​ຄວາມ​ຮັບ​ຮູ້​ຮ່ວມ​ກັນ​ໄດ້  ລວມທັງ​ການຊັ່ງຊາ​​ໃນແງ່​ກົດໝາຍ​​ແລະ​ພຶດຕິ​ກຳ​ຕົວ​ຈິງ​ແລ້ວ, ຜົນການ​ຕັດສິນ​ລ້ວນ​ແຕ່​ບໍ່​ມີ​ຜົນ​ສັກສິດ. ​ແລະ​ອາດ​​ເວົ້າ​ໄດ້​ວ່າ: ຈຸດ​ປະສົງ​​ທີ່​ແທ້​ຈິງຂອງ​ຟີ​ລິບ​ປິນທີ່​ສະ​ເໜີ​ການ​ຕັດສິນ​ພຽງ​ຝ່າຍ​ດຽວ​ນັ້ນ​ບໍ່​ແມ່ນ​ເພື່ອ​ຄວາມ​ສັກສິດ​ທາງ​​ກົດໝາຍ, ຫາ​ກ​​ເພື່ອ​ບັນລຸ​ຈຸດປະສົງ​ທາງ​ການ​ເມືອງ​ຂອງ​ຕົນ.ສານ​ຕັດສິນ​ເຂົ້າ​ແຊກ​ແຊງ​ໃນ​ບັນຫາ​ຄວາມ​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຈີນ​ໃຕ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຍຸດ​ທະ​ສາດການ​ສ້າງ​ຄວາມ​ກົດ​ດັນ​ຕໍ່​ຈີນ,​ແລະ​​ໄດ້​ພົວພັນ​ໂດຍ​ກົງກັບ​ການ​ເຂົ້າ​ແຊກ​ແຊງ​ໃນ​ບັນຫາ​ດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ​ຫວ່າງ​ມໍ່ໆ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ