ໜັງສືພິມ​ປະ​ຊາຊົນ​ລາຍ​ວັນພິມ​ບົດ​ຄວາມ​ໃນ​ຫົວ​ຂໍ້: ​ເພີ່ມ​ກຳລັງ​ໃໝ່​ເພື່ອຊຸກຍູ້​ການ​ຮ່ວມ​ມື​ຈີນ-​ເອີ​ລົບ​ກາງ​ແລະ​ເອີ​ລົບ​ຕາ​ເວັນ​ອອກ
2016-06-17 16:11:27  cri 
    ພາຍຫຼັງ​ສຳ​ເລັດ​ການ​ເດີນທາງຢ້ຽມຢາມ​ສາທາລະນະ​ລັດ​ເຊັກ​ທາງ​ລັດຖະກິດ​ເປັນຄັ້ງທຳ​ອິດ​ ​ແລະ​ຈາກ​ວັນນັ້ນ​ເຖິງ​ວັນ​ນີ້​ບໍ່​​ເຖິງ 3 ​ເດືອນ, ທ່ານ ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ ກໍ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​​ເຂດ​ເອີ​ຣົບກາງ​ແລະ​ເອີຣົບຕາ​ເວັນ​ອອກ​ອີກ​ເທື່ອ​ໜຶ່ງ ​ເພື່ອ​ຢ້ຽມຢາມ​ປະ​ເທດ​ແຊກ​ບີ​ແລະ​ໂປ​ໂລ​ຍທາງ​ລັດຖະກິດ. ​ກ່ຽວ​ກັບ​ເລື່ອງ​ນີ້, ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີ​ນສະບັບ​ວັນ​ທີ 17 ມິຖຸນາ​ນີ້​ໄດ້​ລົງ​ພິມ​ບົດ​ຄວາມ​ໃນ​ຫົວ​ຂໍ້ "​ຕື່ມ​ກຳລັງ​ໃໝ່​ເຂົ້າ​ໃນ​ກາ​ນຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ-​ເອີຣົບກາງ​ເອີຣົບຕາ​ເວັນ​ອອກ".

    ບົດ​ຄວາມ​ດັ່ງກ່າວ​ມີ​ບາງ​ຕອນ​ຂຽນ​ວ່າ, ການ​ຢ້ຽມຢາມ​ທີ່​​ເປັນຂີດ​ໝາຍ​ແລະມີ​ຄວາມ​ໝາຍ​ນັ້ນຈະ​ເປີດ​ສາກ ​ເພື່ອ​ບູລະນະ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ ​ແລະ​ຮ່ວມ​ກັນ​ຊົມ​ໃຊ້​ໝາກຜົນ​ແຫ່ງ​ການ​ພັດທະນາ, ຂະນະ​ທີ່​ສາຍ​ພົວພັນ​ຈີນ-​ເອີຣົບກາງ​ເອີຣົບຕາ​ເວັນ​ອອກ​ພວມ​ບັນທຶກ​ໃນ​ໜ້າ​ປະຫວັດສາດໃໝ່​​ແຫ່ງ​ການ​ພັດທະນາ.

    ບົດ​ຄວາມ​ລະບຸ​ວ່າ, ​ເຖິງ​ວ່າ​ຈີນ​ກັບປະ​ເທດ​ເອີຣົບກາງ​ເອີຣົບຕາ​ເວັນ​ອອກ​ມີ​ຄວາມ​ແຕກ​ຕ່າງ​ກັນ​ທາງ​ລະ​ບອບການ​ເມືອງ, ສັງຄົມ ​ແລະ​ວັດທະນະທຳ​ເປັນຕົ້ນກໍ​ຕາມ, ​ແຕ່​ສອງ​ຝ່າຍກໍ​ມີ​ຄວາມ​ປາຖະໜາ​ຮ່ວມ​ແລະ​ມີຄວາມ​ໝັ້ນ​ໃຈ​ຢ່າງ​ເດັດ​ດ່ຽວ​ໃນ​ການ​ພັດທະນາສາຍ​ພົວພັນ​ມິດຕະພາບ ທັງໄດ້​ພະ​ຍາ​ຍາມ​ລົງ​ເລິກ​ການ​ຮ່ວມ​ມື ​ແລະປະສົບຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ.

    ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ, ​ໃນ​​ໄລຍະ​ໃໝ່​ຈະ​ສ້າງ​ສະຖານະ​ການ​ໃໝ່ ​ໂດຍ 16 ປະ​ເທດ​ເອີຣົບກາງ​ແລະ​ເອີຣົບຕາ​ເວັນ​ອອກ ລ້ວນ​ແຕ່​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ​ແນວ​ໃດ​ກໍ​ດີ ​ປັດຈຸບັນ, 16 ປະ​ເທດ​ເຫຼົ່ານີ້ ​ໄດ້​ມີ 7 ປະ​ເທດ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັບ​ລັດຖະບານ​ຈີນ​ກ່ຽວ​ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ