ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 4 ສິ້ນສຸດລົງ
2016-06-18 16:27:50  cri 

ວັນທີ 17 ມິຖຸນານີ້, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 4 ແລະງານຕະຫຼາດນັດສິນຄ້າສົ່ງອອກຄຸນໝິງຂອງຈີນຄັ້ງທີ 24 ໄດ້ສິ້ນສຸດລົງຢູ່ນະຄອນຄຸນໝິງ. ຕາມຕົວເລກສະຖິຕິ, ມີບໍລິສັດ 5000 ກວ່າແຫ່ງຈາກ 89 ປະເທດ, ເຂດແຄ້ວນ ແລະ 29 ແຂວງແລະເມືອງພາຍໃນປະເທດໄດ້ເຂົ້າຮ່ວມງານ, ມູນຄ່າຕົກລົງຊື້ຂາຍກັນ ເຊິ່ງລວມທັງການເຊັນສັນຍາເຈດຈຳນົງມີເຖິງ158 ຕື້ 63 ລ້ານຢວນ, ມີປະມານ 8 ແສນເທື່ອຄົນໄດ້ເຂົ້າຊົມງານວາງສະແດງ.

ຕາມສະຖິຕິເບື້ອງຕົ້ນ, ໃນງານຄັ້ງນີ້ໄດ້ເຊັນໂຄງການນຳໃຊ້ທຶນພາຍໃນ 495 ໂຄງການມູນຄ່າໃນສິນຄ້າ 861 ຕື້ 189 ລ້ານຢວນ, ເພີ່ມຂຶ້ນຫຼາຍກວ່າຄັ້ງກ່ອນ 18,7%. ມູນຄ່າຊື້ຂາຍກັນມີເຖິງ 158 ຕື້ 63 ລ້ານຢວນ, ເພີ່ມຂຶ້ນຫຼາຍກວ່າຄັ້ງແລ້ວນີ້ 1,2%. ມູນຄ່າຄ້າຂາຍສິນຄ້າໃນງານວາງສະແດງມີເຖິງ 338 ຕື້ຢວນ.

ໃນກອງປະຊຸມເວທີປຶກສາຫາລືການຮ່ວມມືພະລັງງານສາກົນຄັ້ງທຳອິດທີ່ຈັດຂຶ້ນໃນໄລຍະງານວາງສະແດງສິນຄ້າອາຊີໃຕ້ຄັ້ງນີ້, ຜູ້ຮ່ວມປະຊຸມຈາກບັນດາປະເທດມີຄວາມຄອງຄອຍສູງຕໍ່ການຮ່ວມມືທາງດ້ານພະລັງງານກັບຈີນ. ກອງປະຊຸມເທື່ອທຳອິດສະມາຄົມການຮ່ວມມືຂອງສະມາຄົມການຄ້າແລວທາງເສດຖະກິດບັງກະລາເດັດ, ຈີນ, ອິນໂດເນເຊຍແລະມຽນມາໄດ້ສະເໜີຈຸດສຳຄັນຂອງການຮ່ວມມືດ້ານອຸດສາຫະກຳອະນາຄົດ, ເຊິ່ງໄດ້ສ້າງໂອກາດການຮ່ວມມືໃຫ້ແກ່ອຸດສາຫະ ກິດຂະໜາດກາງແລະນ້ອຍຂອງ 4 ປະເທດດັ່ງກ່າວ. ກອງປະຊຸມເວທີປຶກສາຫາລືການທ່ອງທ່ຽວຂ້າມຊາດຄັ້ງທຳອິດໄດ້ລົງລຶກປຶກສາຫາລືບັນຫາກ່ຽວກັບການຮ່ວມກັນຊຸກຍູ້ການສ້າງເຂດການຮ່ວມມືດ້ານການທ່ອງທ່ຽວຂ້າມຊາດ, ການພັດທະ ນາການທ່ອງທ່ຽວຜ່ານທາງອິນເຕີເນັດ, ແລະບັນຫາອື່ນໆ, ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນຄວາມເຫັນຢ່າງກວ້າງຂວາງກ່ຽວກັບຈຸດສຳຄັນແລະທິດທາງແຫ່ງການຮ່ວມກັນພັດທະນາການທ່ອງທ່ຽວໃນອະນາຄົດອີກດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ