ທ່ານ​ສີ​ຈິ້ນ​ຜີ​ງພົບ​ປະ​ກັບ​ທ່ານ ອາ​ເລັຄຊານ​ເດີ ວູຊິກ ນາຍົກລັດຖະມົນຕີ​ແຊັກ​ບີ
2016-06-19 14:19:29  cri 
ຕາມ​ຂ່າວCRI: ວັນ​ທີ 18 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອາ​ເລັກຊານ​ເດີ ວູຊິກ, ນາຍົກລັດຖະມົນຕີ​ແຊັກ​ບີ​ຢູ່​ນະຄອນຫຼວງ​ແບນ​ກຼາດຂອງ​ແຊັກ​ບີ.​

ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ເນັ້ນ​ວ່າ, ຈີນ​ກັບ​ແຊັກ​ບີ​ແມ່ນ​ເພື່ອນ​ມິດ​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຄູ​ຮ່ວມ​ມື​ທີ່​ສຳຄັນ. ​ໃນ​ຊຸມປີ​ມໍ່ໆ​ມາ​ນີ້, ການ​ໄປມາຫາສູ່​ກັນ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ​ມີຄວາມ​ແໜ້ນ​ແຟ້ນ, ການ​ຮ່ວມ​ມື​ໃນ​​ແຕ່ລະ​ຂົງ​ເຂດ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເດັ່ນ​ຊັດ. ສອງ​ຝ່າຍ​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ​ຈະ​ຍົກ​ສູງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ຈະ​ທຸ່ມ​ເທ​ກຳລັງ​ໃໝ່​ເຂົ້າ​​ໃນ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ແຕ່ລະ​ຂົງ​ເຂດ​ລະຫວ່າງ​ສອງ​ຝ່າຍ, ຈະ​ຊຸກຍູ້​ໃຫ້ການ​ພົວພັນ​ສອງ​ຝ່າຍ​ກ້າວ​ເຂົ້າ​ສູ່​ລະດັບ​ໃໝ່.

ທ່ານ​ອາ​ເລັກຊານ​ເດີ ວູຊິກ​ກ່າວ​ວ່າ, ຍິນ​ດີ​ຕ້ອນຮັບ​ອີ​ກ​ເທື່ອ​ໜຶ່ງ​ໃຫ້​ແກ່ທ່ານ​ປະ​ທານ​ປະ​ເທດສີ​ຈິ້ນ​ຜີ​ງທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ​ແຊັກ​ບີ​ທີ່​ມີ​ລັກສະນະ​ປະຫວັດສາດ​. ກາ​ນ​ເຮັດ​ໃຫ້​ມິດ​ຕະພາບ​ຢ່າງ​ເປັນ​ມູນ​ເຊື້ອ​, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ແລະ​ການ​ຮ່ວມ​ມື​ທີ່​ມີ​ຜົນ​ດີ​ຕໍ່​ກັນ​ລະຫວ່າງ​ແຊັກ​ບີ​ກັບ​ຈີນ​ລົງ​ສູ່​ລວງ​ເລິກ​ຢ່າງຮອບດ້ານ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ. ລັດຖະບານ​ແຊັກ​ບີ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພັດທະນາ​ການ​ພົວພັນ​ກັບ​ຈີນ, ພະຍາຍາມ​​​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເ​ຂດທີ່​ກວ້າງຂວາງ​ກວ່າ​ເກົ່າ​ກັບ​ຈີນ. ​ແຊັກ​ບີ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ເພີ່ມ​ທະວີ​ການ​ລົງທຶນ​ຕໍ່​ແຊັກ​ບີ, ຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​ຈີນ, ຊຸກຍູ້​ໃຫ້ການ​ຮ່ວມ​ມື​ຂອງ​ໂຄງການ​ສຳຄັນ​ລະຫວ່າງ​ແຊັກ​ບີ​ກັບ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ໂດຍ​ໄວ.

ວັນ​ທີ 18 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ມາ​ຢາ​ ​ໂກ​ໂຄ​ວິກ, ປະທານ​ສະພາ​ແຫ່ງ​ຊາດ​ແຊັກ​ບີ​ຢູ່​ນະຄອນຫຼວງ​ແບນ​ກຼາດຂອງ​ແຊັກ​ບີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ