ຈັດພິທີ​ສາຍຮູບ​ເງົາສາລະ​ຄະດີ "ຂ້ອຍ​ມາ​ແຕ່​ເຂດ​ຊິນ​ຈ່ຽງ" ​ເປັນ​ຄັ້ງ​ທຳ​ອິດ
2016-06-21 11:24:14  cri 

  ຕາມ​ຂ່າວ CRI: ວັນ​ທີ 22 ມິຖຸນາ​ນີ້, ຮູບ​ເງົາ​ສາລະ​ຄະດີ "ຂ້ອຍ​ມາ​ແຕ່​ເຂດ​ຊິນ​ຈ່ຽງ" ຈະ​​ແຜ່​ພາບ​ອອກ​ອາກາດ​ທາງໂທລະພາບຊ່ອງ​ສາລະ​ຄະດີ​ຂອງ​ສະຖານີ​ໂທລະພາບ​ສູນ​ກາງ​ຈີນ​ຫຼື CCTV ​ແລະ​ຫຼາຍ​ເວັບ​ໄຊ​ວິ​ດີ​ໂອຂອງ​ຈີນ. ຂະນະ​ທີ່​ຕອນ​ບ່າຍວັນ​ທີ 20 ມິຖຸນາ​ນີ້, ​ໄດ້ຈັດພິທີ​ສາຍຮູບ​ເງົາ​ດັ່ງກ່າວ​ເປັນ​ຄັ້ງ​ທຳ​ອິດຢູ່​ນະຄອນຫຼວງ​ປັກ​ກິ່ງ.

  ທ່ານ ຄຸ​ເອິບານ​ຈຽງ ​ໄຊ​ມາຍ​ຖິ ຜູ້​ກຳ​ກັບ​ການສະ​ແດງລວມ​ແລະ​ຜູ້​ຜະລິດ​ຮູບ​ເງົາ​ເລື່ອງ​ດັ່ງກ່າວ​ໄດ້​ຍົກ​ໃຫ້​ເຫັນ​ປະຫວັດການ​ເຕີບ​ໂຕ​ຂອງ​ຕົນ​ຢູ່​ນະຄອນຫຼວງປັກ​ກິ່ງໃນ​ໄລຍະ 10 ປີຜ່ານມາທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຂອງ​ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ. ສຳລັບຮູບ​ເງົາ​ເລື່ອງ​ນີ້​ບໍ່​ແມ່ນການ​ໂຄສະນາ​ເຂດ​ຊິນ​ຈ່ຽງພຍງ​ແຕ່​ເອົາ​ເຂດ​ນີ້​ເປັນ​ສາກ​ຫຼັງຂອງ​ເລື່ອງ​ເທົ່າ​ນັ້ນ, ຂະນະ​ທີ່​​ໂຕ​ລະຄອນ​ມີແຕ່​ຄົນຈີນທົ່ວ​ໄປໆ​ທີ່​ສູ້​ຊີວິດ​ເພື່ອຄອບຄົວ​ກໍ​ຄື​ຕົນ​ເອງ, ບໍ່​ຕ່າງ​ຫຍັງ​ກັບ​ເຈົ້າ​ກັບ​ຂ້ອຍ."

  ການ​ທີ່​ຮູບ​ເງົາ​ສາລະ​ຄະດີ​ເລື່ອງ​ນີ້​ສ້າງ​ສຳ​ເລັດ​ນັ້ນ, ​ໄດ້​ມີ​ຫຼາຍ​ທ່ານ​ໃນວົງການນັກປະພັນແລະນັກສະແດງຢູ່ເບື້ອງຫຼັງເປັນຕົ້ນທ່ານ ຫວາງ​ເໝີ​ງ ນັກ​ປະພັນຮັບ​ໜ້າ​ທີ່ເປັນທີ່ປຶກສາ, ຂະນະທີ່ທ່ານ ເສີນຈ້ຽນບິ່ນ ຜູ້ກຳກັບການສະແດງທັງເປັນນັກສະແດງເປັນຜູ້ຊີ້ນຳສິລະປະ, ທ່ານ ຫຼິ້ຢ້າເຜິງ ແລະທ່ານນາງ ຖົງລີຢາ ນັກສະແດງຮູບ​ເງົາຈີນເປັນຜູ້​ຜະລິດຮ່ວມ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ