ຈີນ​ຊົມ​ເຊີຍ​ແລະ​ຂອບ​ໃຈຕໍ່​ທັດສະນະ​ນາຍົກລັດຖະມົນຕີກຳປູ​ເຈຍ​ກ່ຽວ​ກັບບັນຫາ​ທະ​ເລ​ຈີນ​ໃຕ້
2016-06-22 16:29:53  cri 
  ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 20 ມິຖຸນາ​ນີ້, ທ່ານ ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ກ່າວ​ປາ​ໄສ​ໃນ​ໂອກາດ​ເຂົ້າ​ຮ່ວມ​ພິທີປິດ​ສົກຮຽນ​ຂອງ​ສະ​ຖາ​ບັນ​ບໍລິຫານ​ແຫ່ງ​ຊາດປະ​ເທດ​ຂອງ​ຕົນ​ວ່າ, ຟິລິບ​ປິນສະ​ເໜີ​ການ​ຕັດສິນ​ພຽງ​ຝ່າຍ​ດຽວ​ມີ​ຈຸດປະສົງ​ທາງ​ການ​ເມືອງ​ເຊິ່ງປະ​ເທດ​ຕົນບໍ່​ສະໜັບສະໜູນ​ທັງ​ຮຽກຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ເຈລະຈາ​ສອງ​ຝ່າຍ. ຂະນະ​ທີ່ວັນ​ທີ 21 ມິຖຸນາ​ນີ້, ທ່ານ​ນາງ ຮວ້າຊຸນ​ຢຸງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີ​ນ​ໄດ້​ຖະ​ແຫຼ​ງຂ່າວວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​​ເປັນ​ຢ່າງ​ສູງ​ແລະ​ຂອບ​ໃຈ​ທ່ານ ຮຸນ​ແຊນ ທີ່ສະ​ແດງ​ທັດສະນະ​ດັ່ງກ່າວ ທັງ​ຢ້ຳວ່າ, ຕໍ່​ບັນຫາ​ອະທິປະ​ໄຕ​ດ້ານ​ດິນ​ແດນແລະສິດຜົນປະ​ໂຫຍ​ດທາງທະ​ເລ​ນັ້ນ, ຈີນບໍ່ຮັບຮອງ​​ວິທີ​ການແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນທີ່​ຮ້ອງຂໍ​ນຳ​ຝ່າຍ​ທີ 3 ​​​ແລະ​ບໍ່​ຮັບຮອງແຜນການ​ແບບ​ບັງຄັບທີ່​ແນ​ໃສ່​ຈີນແຕ່​ຢ່າງ​ໃດ. ​"​ແນວ​ໃດ​ກໍ​ດີ, ຈີນ​ຈະ​ສືບ​ຕໍ່​ຍຶດໝັ້ນການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ທີ່​ກ່ຽວຂ້ອງ​ໂດຍ​ຜ່ານ​ການ​ເຈລະຈາ​​ໂດຍ​ກົງກັບປະ​ເທດ​ອະທິປະ​ໄຕ​ທີ່​ກ່ຽວຂ້ອງບົນ​ພື້ນຖານ​ເຄົາລົບ​ຄວາມ​ຈິງທາງ​ປະຫວັດສາດ​ແລະ​ອີງ​ຕາມ​ກົດໝາຍ​ສາກົນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ