ອັງກິດລົງປະຊາ​ມະຕິ​ເພື່ອ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ
2016-06-23 16:53:55  cri 

ວັນ​ທີ 23 ມິຖຸນາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ອັງກິດ​ເລີ່​ມລົງ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ການ​ຖອນ ​ ຫຼື ການ​ສືບ​ຕໍ່​ຢູ່​ໃນ​​ສະຫະພາບ​ເອີຣົບ ​ໂດຍໜ່ວຍ​ປ່ອນບັດທົ່ວ​ປະ​ເທດ​ດັ່ງກ່າວ​ໄດ້​ເປີດ​ຫີບ​ບັດ​ແຕ່​ເວລາ 7:00 ​ໂມງ​ເປັນຕົ້ນ​ໄປ ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງຕັດສິນ​ໃຈ​ວ່າ "ອັງກິດ​ຈະ​ສືບ​ຕໍ່​ຢູ່​ ຫຼື ຈະ​ຖອນ​ອອກຈາກ​ສະຫະພາບ​ເອີຣົບ".

ຄະນະ​ກຳມະການ​ເລືອກ​ຕັ້ງອັງກິດ​​ເປີດ​ເຜີຍ​ຂໍ້​ມູນ​ກ່ອນ​ການ​ປ່ອນ​ບັດ 2 ມື້ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ມີປະຊາຊົນ​ຜູ້​ມີ​ສິດ​​ເລືອກ​ຕັ້ງ​ເກືອບ 46 ລ້ານ 5 ​ແສນ​ຄົນ ​​ເຊິ່ງເປັນສະຖິຕິ​ໃໝ່​ໃນ​ປະຫວັດສາດ, ຂະນະ​ທີ່​ຜົນ​ການ​ຢັ່ງສຽງຊີ້​ໃຫ້​ເຫັນ​ວ່າ, ​ຝ່າຍ​​ໃຫ້ສືບ​ຕໍ່​ຢູ່​ກັບ​ຝ່າຍ​​ໃຫ້ຖອນ​ອອກຈາກ​ສະຫະພາບ​ເອີຣົບມີອັດຕາ​​ໄລ່​ເລຍ​ກັນ​​.

ຄະນະ​ກຳມະການ​ເລືອກ​ຕັ້ງອັງກິດ​ຊີ້​ວ່າ: ຄາດ​ວ່າການ​ປ່ອນ​ບັດຈະ​ສິ້ນ​ສຸດ​ລົງ​ໃນ​ເວລາ 22:00 ​ໂມງ​ຂອງ​ມື້​ດັ່ງກ່າວ, ຈາກ​ນັ້ນ, ​ໜ່ວຍ​ປ່ອນ​ບັດ​ຕ່າງໆ​ກໍ​ຈະ​ເລີ່​ມນັບ​ບັດ​​ທັນທີ ​ແລະ​ຈະ​​ແຈ້ງຜົນ​ໃນ​ຕອນ​ເຊົ້າວັນ​ທີ 24 ມິຖຸນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ