ທ່ານ​ສີ​ຈິ້ນ​ຜີ​ງພົບ​ປະ​ກັບ​ທ່ານ​ປູ​ຕິນ
2016-06-24 16:14:36  cri 

ວັນ​ທີ 23 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ວຼາດີ​ເມຍ ປູ​ຕິນ, ປະທານ​າທິບໍດີຣັດ​ເຊຍ​ຢູ່ນະຄອນຫຼວງ​ຕັສ​ເກັນ​ປະ​ເທດອຸສ​ເບ​ກີ​ສະຖານ.

ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ, ​ໃນ​ໂອກາດ​ສະຫຼອງ "ສັນຍາ​ຮ່ວມ​ມື​ໄມຕີ​ຈິດ​ຈີນຣັດ​ເຊຍ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ" ຄົບຮອບ 15 ປີ​ແລະ​ຈີນຣັດ​ເຊຍ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 20 ປີ, ​ແລະການ​ທີ່​ທ່ານ​ປູ​ຕິນຈະ​ຢ້ຽມຢາມ​ຈີນ​ທາ​ງລັດຖະກິດ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ຈີນ​ຍິນ​ດີ​ຮ່ວມ​ກັບຣັດ​ເຊຍ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ແລະ​ຍຸດ​ທະ​ສາດ, ຊຸກຍູ້​​​ຍຸດ​ທະ​ສາດການ​ພັດທະນາ​ທີ່​ເຊື່ອມ​ຈອດ​ກັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນທາງ" ກັບ​ການ​ກໍ່ສ້າງ "ສະຫະພັນ​ເສດຖະກິດ​ເອີ​ລົບ-ອາຊີ, ​ທັງເຮັດ​ໃຫ້ການ​ປະ​ສານ​ສົມທົບ​ລະຫວ່າງ​ສອງ​ປະ​ເທດ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ​ແໜ້ນ​ແຟ້ນ​ກວ່າ​ເກົ່າ.


ທ່ານ​ປູ​ຕິນກ່າ​ວວ່າ, ອົງການ​ຮ່ວມ​ມື​ຊຽງ​ໄຮ​ມີ​ອິດ​ທິພົນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ລວມທັງ​ການຊຸກຍູ້​ເສດຖະກິດ​ພາກ​ພື້ນ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ. ຣັດ​ເຊຍ​ເຫັນ​ດີຕໍ່​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ຈະ​ເຊື່ອມ​ຈອດ​ ​ກັບ​ສະຫະພັນ​ເສດຖະກິດ​ເອີ​ລົບ-ອາຊີ​ພາຍ​ໃຕ້​ຂອບ​ອົງການ​ຮ່ວມ​ມື​ຊຽງ​​ໄຮ. ​ແລະຫວັງ​ວ່າ​ປະ​ເທດ​ສະມາຊິກ​ໃໝ່​ເຂົ້າ​ຮ່ວມ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ມີ​ຜົນ​ດີ​ຕໍ່​ການ​ເສີມ​ຂະຫຍາຍ​ບົດບາດ​ໃນ​ວຽກ​ງານ​ສາກົນຫຼາຍ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ