ສປປ​ ເກົາຫຼີປະຕິ​​ເສດ​ບໍ່​ຮັບ​ເອົາ​ຄຳ​ປະນາມຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ
2016-06-25 16:02:48  cri 
ຂ່າວສານ​ສູນ​ກາງ​ ສປປ ​ເກົາຫຼີລາຍ​ງານ​ໃນວັນ​ທີ 25 ມິຖຸນາ​ນີ້ວ່າ, ວັນ​ທີ 24 ມິຖຸນາ​ນີ້, ​​ໃນ​ເວລາ​ຕອບ​ຄຳ​ຖາມຂອງນັກ​ຂ່າວ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີກ່າວ​ວ່າ, ສປປ​ ເກົາຫຼີປະຕິ​​ເສດ​ບໍ່​ຮັບ​ເອົາ​ຖະ​ແຫຼງການ​ສື່​ມວນ​ຊົນ​ທີ່ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດປະນາມ ສປປ​ ເກົາຫຼີຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ອີກ​ເທື່ອ​ໜຶ່ງ.

​ໂຄສົກທ່ານ​ນີ້​ກ່າວ​ວ່າ, ສປປ​ ເກົາຫຼີທົດ​ລອງ​ຍິງ​​ລູກ​ສອນ​ໄຟ​ນຳ​ວິຖີ​ຍຸດ​ທະ​ສາດ ​ແມ່ນ​ມາດ​ຕະການ​ປ້ອງ​ກັນ​ຕົວ​ ​ ເພື່ອ​ຮັບ​ມື​ກັບ​​ໄພຂົ່ມຂູ່​​ເປັນ​ໄລຍະ​ຍາວ​ນານ​ຈາກ​ອິດ​ທິກຳລັງປໍ​ລະ​ປັກ​ທີ່​ນຳ​​ໂດຍ​ອາ​ເມ​ລິ​ກາ. ອາ​ເມ​ລິ​ກາ​ສ້າງ​ໄພ​ຂົ່ມຂູ່​ທາງ​ການ​ທະຫານ​ຕໍ່ ສປ​ປ ​ເກົາຫຼີ​​ເທື່ອ​ແລ້ວ​ເທື່ອ​ອີກ, ນີ້ຈຶ່ງ​ແມ່ນ​ສາ​ເຫດ​ສຳຄັນ​ທີ່​ສຸດ​ທີ່​ພາ​ໃຫ້​ສະຖານະ​ການ​ແຫຼມ​ເກົາຫຼີ​ເຄັ່ງ​ຕຶງ​ຂຶ້ນ.

ວັນ​ທີ 23 ມິຖຸນາ​ນີ້, ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫຼງການ​ສື່​ມວນ​ຊົນ ​ໂດຍກ່າວ​ປະນາມ ​ສປປ ​ເກົາຫຼີຍິງ​​ລູກ​ສອນ​ໄຟ​ນຳ​ວິຖີ​ອີກ​ເທື່ອ​ໜຶ່ງ​ໃນ​ຫວ່າງ​ມໍ່ໆມາ​ນີ້, ທັງຮຽກຮ້ອງ​ໃຫ້​ ສປປ ​ເກົາຫຼີ​ເຄົາລົບ​ມະຕິ​ທີ່​ກ່ຽວຂ້ອງ​ຂອງສະພາ​ຄວາມ​ໝັ້ນຄົງ​ແລະຫຼີກ​ເວັ້ນບໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​​ຕື່ມອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ