ສປປ ລາວ ຈັດພິທີຈູດທໍາລາຍຢາເສບຕິດ
2016-06-25 17:40:21  cri 

ຕອນເຊົ້າວັນທີ 25 ມີຖຸນານີ້, ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ ຄະນະກໍາມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ແລະ ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ສປປ ລາວ ພ້ອມກັບປະຊາຊາດໃນໂລກ ຮ່ວມກັນຈັດພິທີຈູດທໍາລາຍຢາເສບຕິດ ເພື່ອສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 29 ປີ(26 ມີຖຸນາ 1987-26 ມີຖຸນາ 2016),ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນສີສຸລິດ, ນາຍົກລັດຖະມົນຕີ ສປປ ລາວ, ມີຜູ້ຮັກສາການອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວ, ບັນດາການນໍາຂັ້ນສູນກາງ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ພົນຕີ ສົມແກ້ວ ສີລາວົງ​, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ ກະຊວງປ້ອງກັນຄວາມສະຫງົບສປປ ລາວ ໄດ້ເອົາໃຈໃສ່ຕໍ່ການພົວພັນຮ່ວມມືກັບສາກົນ ໂດຍສະເພາະກັບບັນດາປະເທດເພື່ອນບ້ານໃກ້ຄຽງ ແລະ ສະມາຄົມອາຊຽນ ເພື່ອແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານນໍາກັນ ໂດຍໄດ້ເຂົ້າຮ່ວມໃນການປະຕິບັດໂຄງການຕ້ານອາສະຍາກໍາ ທີ່ມີສ່ວນພົວພັນກັບຢາເສບຕິດກັບ 5 ປະເທດທີ່ມີຊາຍແດນຮ່ວມກັນ ແລະ ສາມາດມ້າງຄະດີໄດ້ຫຼາຍກໍລະນີ.ສໍາລັບຢາເສບຕິດທີ່ນໍາມາຈູດທໍາລາຍຄັ້ງນີ້, ປະກອບມີ, ຢາບ້າ 4.348.611 ເມັດ, ກັນຊາແຫ້ງ 883 ກິໂລກຣາມ, ຢາໄອສ 1,92 ກິໂລກຣາມ, ເຮໂຣອິນ 34,8 ກິໂລກຣາມ ແລະ ແປ້ງຝຸ່ນເພື່ອປະສົມຜະລິດຢາເສບຕິດ 105,8 ກິໂລກຣາມ.


ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ໄດ້ມີຄໍາເຫັນສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍທຸກພາກສ່ວນໃນທົ່ວສັງຄົມ ພ້ອມທັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ເຂົ້າຮ່ວມໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ ສປປ ລາວຢ່າງໄດ້ຮັບຜົນດີຕະຫຼອດມາ ແລະ ຍັງໄດ້ໃຫ້ທິດຊີ້ນໍາເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ໄດ້ຮັບຜົນດີໃນຊຸມປີຕໍ່ໜ້າ.


ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ສປປ ລາວ ພ້ອມບັນດາທູຕານຸທູດ ແລະ ແຂກຮັບເຊີນເຂົ້າຊົມການວາງສະແດງຮູບພາບຢາເສບຕິດທີ່ຍຶດໄດ້ ແລະ ໄດ້ມີການຈູດທໍາລາຍຢາເສບຕິດປະເພດຕ່າງໆ.

ສ່ວນຢາເສບຕິດທີ່ຈະຖືກຈູດທໍາລາຍໃນຂອບເຂດທົ່ວປະເທດປະຈໍາປີ 2016ນີ້, ມີຢາບ້າ 5.671.731 ເມັດ, ກັນຊາແຫ້ງ 3,673 ກິໂລກຣາມ, ຢາໄອສ 72,53 ກິໂລກຣາມ, ເຮໂຣອິນ 81,32 ກິໂລກຣາມ, ຝິ່ນດິບ 14,89 ກິໂລກຣາມ, ສານສະກັດຈາກຕົ້ນໄມ້ເພື່ອຜະລິດຢາເສບຕິດ 2.880 ລິດ ແລະ ແປ້ງຝຸ່ນເພື່ອປະສົມຜະລິດຢາເສບຕິດ 747,3 ກິໂລກຣາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ