ຈັດ​ພິທີສ້າງຕັ້ງຄະນະ​ກຳມະການ​ສົ່ງ​ເສີມ​ສັນຕິພາບ​ຈີນປະຈຳ​ລາວ​ຊຸດ​ທີ 3
2016-06-26 16:41:39  cri 

ພິທີ​ສ້າງຕັ້ງຄະນະ​ກຳມະການ​ສົ່ງ​ເສີມ​ສັນຕິພາບ​ຈີນປະຈຳ​ລາວ​ຊຸດ​ທີ 3 ​ໄດ້ຈັດ​ຂຶ້ນ​ຢູ່​ ​ນະຄອນຫຼວງ​ວຽງຈັນ​ຂອງ​ລາວ​ໃນ​ວັນ​ທີ 25 ມິຖຸນາ​ນີ້. ທ່ານ​ກວ່ນຮວາ​ປິນ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ລາວ, ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວຢູ່​ລາວ, ອົງການ​ທຶນຈີນ​ຢູ່ລາວ, ຄູ​ສອນ​​ອາສາ​ສະໝັກ, ຜູ້​ຕາງໜ້າ​ນັກ​ສຶກສາ​ທີ່​ຮຽນ​ຢູ່​ລາວ ​ໄດ້​ເຂົ້າຮ່ວມ​ພິທີ​​ຄັ້ງນີ້.

​ໃນ​ພິທີ, ທ່ານ​ເສີນ​ຈູ້​ນຢ້າວ ​ເລຂາທິການຄະນະ​ກຳມະການດັ່ງ​ກ່າວໄດ້​ອ່ານ​ຈົດໝາຍ​ອວຍພອນ​ຂອງສະມາຄົມ​ຊຸກຍູ້​ການ​ໂຮມ​ເຂົ້າຈີນ​ເປັນ​ເອກະ​ພາບ​ໂດຍ​ສັນຕິປະຈຳ​ປັກ​ກິ່ງ​ແລະ​ສະພາ​ການ​ຄ້າ​ລາວ​ກວາງ​ຕຸ້ງ, ລາຍ​ຊື່​ສະມາຊິກການນຳ​ໃໝ່, ​ໃນ​ພິທີ ທ່ານ​ຈັ່ງ​ກຸ້ຍ​ລົງ ປະທານຄະນະ​ກຳມະການດັ່ງ​ກ່າວ​ໄດ້​ທົບ​ທວນຄືນ​​ຂະ​ບວນການ​ແລະ​ໝາກຜົນ​ວຽກ​ງານ​ຂອງ​ຄະນະ​ກຳມະການ ຕັ້ງ​ແຕ່​ສ້າງຕັ້ງຂື້ນ​ເປັນ​ເວລາ 13 ປີ​ມາ​ນີ້. ທ່ານ​ກວ່ນຮວາ​ປີ່​ນ, ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ລາວ​ສະ​ແດງ​ຄວາມ​ອວຍພອນ​ຕໍ່​ການ​ສ້າງຕັ້ງຄະນະ​ກຳມະການດັ່ງ​ກ່າວ, ​ແລະ​ຫວັງ​ວ່າ ຈະ​ສືບ​ຕໍ່ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າສັງຄົມລາວ, ​ແນະນຳ​ແລະ​ເຜີຍ​ແຜ່​ຫຼັກ​ໝັ້ນ​ແລະຈຸດ​ຢືນ​ຂອງ​ລັດຖະບານ​ຈີນ​ໃນ​ບັນຫາ​ໄຕ້​ຫວັນ​ຕໍ່​ວົງ​ການ​ຕ່າງໆ​ຂອງ​ລາວ, ປະກອບສ່ວນອັນໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງຕໍ່​ການ​ຊຸກຍູ້​ໃຫ້​ປະ​ເທດ​ຈີນ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ໂດຍ​ສັນ​ຕິ ​ແລະ​​ເພີ່ມ​ທະວີ​ໄມ​ຈີ​ຕິດ​ມິດຕະພາບ​ລະຫວ່າງ​ຈີນ-​ລາວ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ