ປື້​ມ "ພັກ​ກອມ​ມູນິດ​ຈີນ 90 ປີ"​ເລີ່​ມພິມ​ຈຳໜ່າຍ​ຢ່າງ​ເປັນ​ທາງ​ການ
2016-06-27 16:35:55  cri 

​ເນື່ອງ​ໃນ​ໂອກາດວັນ​​ສ້າງຕັ້ງພັກ​ກອມ​ມູນິດ​ຈີນຄົບຮອບ 95 ປີ ​ແລ​ະຫຼັງ​ໄດ້​ຮັບ​ອະນຸມັດ​ຈາກ​ສູນ​ກາງພັກ, ປື້​ມ "ພັກ​ກອມ​ມູນິດ​ຈີນ 90 ປີ" ທີ່​ຮຽບຮຽງ​ໂດຍ​ຫ້ອງການ​ຄົ້ນຄວ້າ​ປະຫວັດສາດ​ສູນ​ກາງພັກ​ກອມ​ມູນິດ​ຈີນ​ນັ້ນ ​ໄດ້​ເລີ່​ມພິມ​ຈຳໜ່າຍ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 26 ມິຖຸນາ​ນີ້ ​ເຊິ່ງ​ຖື​ວ່າ​ເປັນ​ຂອງຂວັນ​ສຳລັບ​ວັນ​ກຳ​ເນີ​ດ​ພັກ.

​​ປື້​ມດັ່ງກ່າວ​ໄດ້​ບັນທຶກ​ປະຫວັດສາດ 90 ກວ່າ​ປີ​ຂອງ​ພັກ​ກອມ​ມູນິດ​ຈີນ ຄື ​ແຕ່​ປີ​ສ້າງຕັ້ງ​ເມື່ອປີ 1921 ​ເຖິງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ປີ 2012 ​ໂດຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຂະ​ບວນການ​ບາກ​ບັ່ນ​ສູ້​ຊົນ, ​ມູນ​ເຊື້ອ​ທີ່ມີ​ກຽດ​ສະຫງ່າ, ​ແບບ​ແຜນການ​ເຮັດ​ວຽກ​ທີ່​ດີງາມ, ບົດຮຽນ​ອັນ​ລ້ຳ​ຄ່າ ​ແລະ ໝາກຜົນ​ທີ່​ຍິ່ງ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຈີນຕະຫຼອດ 90 ກວ່າ​ປີຜ່ານມາ​ຢ່າງ​ຖືກຕ້ອງ​ແລະມີຊີວິດ​ຊີວາ.

ການ​ຮຽບຮຽງ​ປື້​ມດັ່ງກ່າວ​ໄດ້​​ໃຊ້​ເວລາ 6 ປີ​ຈຶ່ງ​ສຳ​ເລັດ ໂດ​ຍ​ປື້​ມ​ເຫຼັ້ມນີ້​ເປັນ​ຄັງຄວາມ​ຮູ້​ປະຫວັດສາດ​ຂອງພັກ​ກອມ​ມູນິດ​ຈີນ​ທີ່​​ສ່ອງ​ແສງ​ໃຫ້​ເຫັນຄວາມ​ຍາວ​ນານ​ທີ່​ສຸດ​ຂອງ​ພັກ​​ທີ່ເຕັມ​ໄປ​ດ້ວຍ​ເນື້ອ​ໃນທີ່​ເປັນ​ລະບົບ ​ຄົບ​ຖ້ວນ​​ແລະ​ຮອບດ້ານທີ່​ສຸດ ຖ້າ​ທຽບ​ໃສ່​ປື້​ມຕ່າງໆ​ທີ່​ມີ​ອິດ​ທິພົນ​ທີ່​​ພິມ​ຈຳໜ່າຍຜ່ານ​ມາພາຍ​ໃນ​ປະ​ເທດ​ຈົນ​ຮອດ​ປັດຈຸບັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ