ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 95 ປີ ແລະຫຼັງໄດ້ຮັບອະນຸມັດຈາກສູນກາງພັກ, ປື້ມ "ພັກກອມມູນິດຈີນ 90 ປີ" ທີ່ຮຽບຮຽງໂດຍຫ້ອງການຄົ້ນຄວ້າປະຫວັດສາດສູນກາງພັກກອມມູນິດຈີນນັ້ນ ໄດ້ເລີ່ມພິມຈຳໜ່າຍຢ່າງເປັນທາງການໃນວັນທີ 26 ມິຖຸນານີ້ ເຊິ່ງຖືວ່າເປັນຂອງຂວັນສຳລັບວັນກຳເນີດພັກ.
ປື້ມດັ່ງກ່າວໄດ້ບັນທຶກປະຫວັດສາດ 90 ກວ່າປີຂອງພັກກອມມູນິດຈີນ ຄື ແຕ່ປີສ້າງຕັ້ງເມື່ອປີ 1921 ເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນປີ 2012 ໂດຍໄດ້ສະແດງໃຫ້ເຫັນເຖິງຂະບວນການບາກບັ່ນສູ້ຊົນ, ມູນເຊື້ອທີ່ມີກຽດສະຫງ່າ, ແບບແຜນການເຮັດວຽກທີ່ດີງາມ, ບົດຮຽນອັນລ້ຳຄ່າ ແລະ ໝາກຜົນທີ່ຍິ່ງໃຫຍ່ຂອງພັກກອມມູນິດຈີນຕະຫຼອດ 90 ກວ່າປີຜ່ານມາຢ່າງຖືກຕ້ອງແລະມີຊີວິດຊີວາ.
ການຮຽບຮຽງປື້ມດັ່ງກ່າວໄດ້ໃຊ້ເວລາ 6 ປີຈຶ່ງສຳເລັດ ໂດຍປື້ມເຫຼັ້ມນີ້ເປັນຄັງຄວາມຮູ້ປະຫວັດສາດຂອງພັກກອມມູນິດຈີນທີ່ສ່ອງແສງໃຫ້ເຫັນຄວາມຍາວນານທີ່ສຸດຂອງພັກທີ່ເຕັມໄປດ້ວຍເນື້ອໃນທີ່ເປັນລະບົບ ຄົບຖ້ວນແລະຮອບດ້ານທີ່ສຸດ ຖ້າທຽບໃສ່ປື້ມຕ່າງໆທີ່ມີອິດທິພົນທີ່ພິມຈຳໜ່າຍຜ່ານມາພາຍໃນປະເທດຈົນຮອດປັດຈຸບັນ.