ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ພົບ​ປະ​ກັບ​ຊາວ​ໜຸ່ມອາສາ​ສະໝັກ​ຈີນຊຸດ​ທີ 8
2016-06-28 16:40:14  cri 
ຫວ່າງ​ບໍ່​ດົນ​ມາ​ນີ້ ຢູ່​ສະຖານທູດ​ຈີນ​ປະຈຳ​ລາວ, ທ່ານ​ກ່ວນຮວາ​ປິ່ງ ​ເອກ​ອັກ​ຄະ​ລັດຖະທູດຈີນ​ປະຈຳລ​າວ​ໄດ້​ພົບ​ປະກັບ​ຊາວ​ໜຸ່ມ​ອາສາ​ສະໝັກ​ຈີນ​ຊຸດ​ທິ 8ທີ່​ພວມ​ປະຕິບັດໜ້າ​ທີ່ຢູ່​ລາວ.

ທ່ານ​ກ່ວນຮວາ​ປີ່​ງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຊາວ​ໜຸ່ມ​ອາສາ​ສະໝັກ​ທີ່​ເດີນທາງ​ມາ​ຮັບ​ໜ້າ​ທີ່​ການ​ເປັນ​ອາສາ​ສະໝັກ​ຢູ່​ລາວ​ທັງ​ຢືນຢັນ​ວ່າ: ຊາວ​ໜຸ່ມ​ອາສາ​ສະໝັກ​ຈີນ​ມີ​ລະດັບ​ຄວາມ​ຮູ້ຄວາມສາມາດ​ສູງ​ແລະໄດ້​ຮັບ​ຄວາມ​ຍ້ອງຍໍຊົມ​ເຊີຍ​ຈາກສັງຄົມ​ລາວ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ຈີນ-ລາວ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ໜ້າ​ສັນ​ລະ​ເສີນ, ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ໄດ້​​​ເສີມ​ຂະຫຍາຍ​ເລິກ​ເຊິ່ງຂຶ້ນ​ເລື້ອຍໆ, ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ເຮັດ​ໃຫ້​ສາຍ​ພົວພັນ​ສອງ​ປະ​ເທດ​ພັດທະນາ​ກ້າວ​ໜ້າແລະ​ໝັ້ນ​ທ່ຽງ. ​ແນວ​ໃດ​ກໍ​ດີ, ຫວັງ​ວ່າ​ຊາວ​ໜຸ່ມ​ອາສາ​ສະໝັກ​ຈີນ​ຈະ​ຕິດ​ແທດ​ກັບປະຊາຊົນ​ລາວ, ຮັບ​ໃຊ້​ສັງຄົມ, ຝຶກ​ຝົນ​​ຕົນ​ເອງ​ໃຫ້​ມີ​ຄວາມ​ອົດທົນ​ແລະກາຍ​ເປັນ​ບຸກຄະລາ​ກອນ​ໂຄສະນາພາບ​ພົດ​ທີ່​ດີ​ຂອງ​ຄົນ​ຈີນ​ຢູ່​ລາວ​ແລະ​ເປັນ​ທູດ​ປະຊາຊົນ​ທີ່ສົ່ງ​ເສີມມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈີນ-ລາວ.

ທ່ານ​ຈູ່ຫາວ​ຈຸ່ນ ຫົວໜ້າ​​ຄະນະ​ຊາວ​ໜຸ່ອາສາ​ສະໝັກ​ຈີນ​ໄດ້​ແຈ້ງ​ສະພາບ​​ຊາວ​ໜຸ່ມ​ອາສາ​ສະໝັກ​ຈີນ​ຊ່ວຍ​ເຫຼືອລາວ​ຊຸດ​ທີ 8​ໂດຍ​ຢືນຢັນ​ວ່າ​ໜ່ວຍ​ບໍລິການ​ອາສາ​ສະໝັກ​ທີ່​ປະກອບ​ດ້ວຍ​ນັກວິຊາ​ການ​ຫຼັກ​ແຫຼງຈາກ​ຫຼາຍ​ຂະ​ແໜງ​ການ 11 ຄົນ​ຈະ​ປະຕິບັດ​ໜ້າ​ທີ່ຢູ່​ລາວ 6 ​ເດືອນ, ​ໂດຍ​ຈະ​ສູ້​ຊົນເຮັດ​ວຽກ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ສົ່​ງ​ເສີມ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ​ແລະ​​​ເພີ່ມ​ທະວີນ້ຳ​ໃຈມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ.

ທ່ານ​ຫວາງ​ສີ​ຮຸ່ຍ ທູດເສດຖະກິດ​ສະຖານທູດ​ຈີນ​ປະຈຳ​ລາວ​​ໄດ້​​ຮ່ວມກັບ​ທ່ານ​ກ່ວນຮວາ​ປິ່ງພົບ​ປະ​ໜ່ວຍ​ຊາວ​ໜຸ່ມ​ອາສາ​ສະໝັກ​ຈີນ​ໃນ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ