ຫໍສະໝຸດ​ແຫ່ງ​ຊາດ​ຈີນ​ຈັດ​ງານ​ວາງສະ​ແດງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-06-29 16:12:35  cri 


ວັນ​ທີ 29 ມິຖຸນາ​ນີ້, ງານ​ວາງສະ​ແດງຂໍ້​ມູນ​ເອກະສານລະນຶກ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ​ພາຍ​ໃຕ້​ຫົວ​ຂໍ້ "ຄວາມ​ຊົງ​ຈຳ​ແຫ່ງ​ການ​ປະຕິວັດ"​ໂດຍ​​ຫໍສະໝຸດ​ແຫ່ງ​ຊາດ​ຈີນ​ເປັນ​ເຈົ້າພາບ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍພິພິທະ​ພັນ​ຕຳລາ​ແຫ່ງ​ຊາດ ​ເຊິ່ງ​​ໃນ​ງານ​ດັ່ງກ່າວໄດ້​ນຳ​ເອົາ​ຂໍ້​ມູນ​ເອກະສານ​ທີ່​ລ້ຳ​ຄ່າ​ຂອງ​ຫໍສະໝຸດ​ແຫ່ງ​ຊາດ​ຈີນ​ຈຳນວນ 325 ຊະນິດ​ລວມ 340 ກວ່າ​ເຫຼັ້ມທີ່ລ້ວນ​ແຕ່ສ່ອງ​ແສງ​ໃຫ້​ເຫັນ​ຂະ​ບວນວິວັດ​ການ​ພັດທະນາ​ຂອງ​ພັກ​ກອມ​ມູນິດ​ຈີນ​​ໂດຍ​ປະກອບ​ດ້ວຍ 7 ພາກ​ພາຍ​ໃຕ້​ຫົວ​ຂໍ້ຫຼັກ​ຄື "ການ​​ເຜີຍ​ແຜ່​ລັດທິ​ມາກຢູ່​ຈີນ", "ກົດ​ລະບຽບ​ພັກ​ກັບໜັງສືພິມ​ທີ່​ເປັນ​ສຽງ​ຂອງ​ສູນ​ກາງ​ພັກ", "ການ​ຕ້ານ​ການ​ປິດ​ລ້ອມ​ຂອງ​ສັດຕູ ກັບ​ການ​ເຄື່ອນ​ທັບ​ທາງ​ໄກ", "ກໍ່ສ້າງ​ແນວ​ໂຮມ", "ການ​ສ້າງ​ແນວ​ຄິດ​ແລະ​ລະບຽບ​ແບບ​ແຜນ​​ຂອງ​ພັກ","ການ​ສ້າງ​​ແນວທາງ​ປະຊາຊົນ​ຂອງ​ພັກ" ​ແລະ "ຜົນສຳ​ເລັດ​ດ້ານ​ສິລະ​ປະ​ວັນນະຄະດີ​ປະຊາຊົນ".

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ