ສະມາຊິກ​ທະນາຄານ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ອາຊີ​ຈະ​ເພີ່ມ​ຂຶ້ນ​ເປັນປະມານ 90 ປະ​ເທດ
2016-06-29 16:36:25  cri 

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ດາ​ວົສລະດູ​ຮ້ອນ 2016 ທີ່​ດຳ​ເນີນ​ເປັນ​ເວລາ 3 ມື້ ​ໄດ້​ສຳ​ເລັດ​ຢູ່​ນະຄອນ​ທຽນ​ສິນ​ໃນ​ວັນ​ທີ 28 ມິຖຸນາ​ນີ້. ​ໃນ​ກອງ​ປະຊຸມ​ຍ່ອຍ​ທີ່​ມີ​ຫົວ​ຂໍ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ ຫຼາຍຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍ​ດ" ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຈິ່ນລີ້​ສິນ ຜູ້ອຳນວຍການ​ໃຫຍ່​ທະ​ນາຄາ​ນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ອາຊີ ຫຼື AIIB ກ່າວ​ວ່າ: AIIB ກຳລັງ​ພິຈາລະນາ​ຮັບ​ເອົາ​ສະມາຊິກ​ໃໝ່ ​ໂດຍ​ປັດຈຸບັນ​ມີປະມານ 30 ປະ​ເທດ​ຮ້ອງ​ຂໍ​ເຂົ້າ​ເປັນ​ປະ​ເທດ​ສະມາຊິກ AIIB, ຂະນະ​ທີ່ຄາດ​ວ່າ​ຮອດ​ຕົ້ນປີໜ້າ, ສະມາຊິກ​ AIIB ຈະ​ເພີ່ມ​ຂຶ້ນ​ເປັນປະມານ 90 ປະ​ເທດ ​ແລະ​ເຖິງ​ເວລາ​ນັ້ນ, ບັນດາ​ປະ​ເທດສະມາຊິກຈະ​ມີ​ລັກສະນະ​ຕົວ​ແທນ​ກວ້າງຂວາງ​ກວ່າ​ເກົ່າ​ອີກ. ຂະນະ​ທີ່​ການ​ລົງທຶນ​ຂອງ​ພວກ​ເຮົານອກຈາກ​ໄດ້​ລວມທັງໂຄງການ​​ໃນເຂດ "ໜຶ່ງ​​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​​ແລ້ວ ຍັງ​ເປີດກວ້າງ​ໄປ​ສູ່ປະ​ເທດ​ທີ່​ຢູ່​ນອກ​ເຂດ​ດັ່ງກ່າວ​ເຊັ່ນ​ກັນ.

ທ່ານ​ຈິ່ນລີ້​ສິນ ກ່າວ​ຕື່ມ​ວ່າ: AIIB ມີ​ 3 ມາດຕະຖານ​ໃຫຍ່ທີ່​ເປັນພື້ນຖານ​ໃນການຄັດເລືອກ​ໂຄງການ ​ເປັນຕົ້ນ ຄວາມ​ຕໍ່​ເນື່ອງ​ທາງ​ການ​ທະນາຄານ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ ​ແລະ ​ໄດ້​ຮັບ​ຄວາມ​ຍິນ​ດີ​​ໂດຍທົ່ວ​ໄປ​ຈາກ​ສັງຄົມ. ​ແນວ​ໃດ​ກໍ​ດີ, AIIB ຈະ​ລົງທຶນ​ໃນ​ໂຄງການ​ທີ່​ມີ​ປະສິດ​ທິຜົນ​ສັງ​ລວມອ່າວ​ໃຫຍ່​ເຫຼົ່ານັ້ນ​ເປັນ​ບູລິ​ມະ​ສິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ