ຂ່າວສານ ປະເທດລາວ-ສະມາຄົມນັກຂ່າວ ທົ່ວປະເທດຈີນ ເພີ່ມທະວີ ສາຍພົວພັນ ການຮ່ວມມືຮ່ວມກັນ
2016-06-29 09:27:53  cri 

 

  ຂປລ. ຄະນະ​ຜູ້​ແທນ​ ສະມາຄົມ​ນັັກ​ຂ່າວ ​ທົ່ວ​ປະ​ເທດ​ຈີນ ​ນໍາ​ໂດຍ ທ່ານ ປັນກັງ ຄະນະ​ບໍລິຫານ​ງານ ບັນນາທິການ​ອາວຸ​ໂສ ຂອງ​ສະມາຄົມ​ນັກ​ຂ່າວ​ ທົ່ວ​ປະ​ເທດ​ຈີນ ​ພ້ອມ​ຄະນະ​ ຢ້ຽມຢາມ ​ແລະ ພົບ​ປະ​ທ່ານ ສູນ​ທອນ ຄັນທະ​ວົງ ຫົວໜ້າ​ອໍານວຍ​ການ​ໃຫຍ່​ ​ຂ່າວສານ​ປະ​ເທດ​ລາວ​ ໃນ​ວັນ​ທີ 28 ມິຖຸນາ 2016 ທີ່ນະຄອນຫລວງວຽງຈັນ, ເພື່ອເພີ່ມທະວີ ສາຍພົວພັນການຮ່ວມມື ແລກປ່ຽນບົດຮຽນ ຮ່ວມກັນ ລະຫວ່າງ ຂ່າວສານປະເທດລາວ ແລະ ສະມາຄົມນັກຂ່າວ ທົ່ວປະເທດຈີນ ໃນຕໍ່ໜ້າ.

  ທ່ານ ສູນ​ທອນ ຄັນທະ​ວົງ ຫົວໜ້າ​ອໍານວຍ​ການໃຫຍ່​ ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ, ຍີ​ນດີ​ຕ້ອນຮັບ​ ຄະນະ​ຜູ້​ແທນ​ດັ່ງກ່າວ​ ຢ່າງ​ອົບອຸ່ນ ​​ໃນ​ໂອກາດ​ເດີນທາງ​ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ ເປັນ​ເວລາ​ຫລາຍ​ວັນ. ພ້ອມກັນນີ້ ຫົວໜ້າອໍານວຍການ​ໃຫຍ່ ຂ່າວສານປະເທດລາວ ກໍໄດ້ແຈ້ງໃຫ້ຄະນະ ຜູ້ແທນຮັບຊາບວ່າ: ຂ່າວສານປະເທດລາວ ມີປະຫວັດຄວາມ​ເປັນ​ມາ ຍາວນານ ແລະ ໄດ້ກໍ່ຕັ້ງຂຶ້ນໃນວັນທີ 6 ມັງກອນ 1968 ມີ​ພະນັກງານ​ພຽງ 5-6 ຄົນ, ໂດຍຜ່ານຜ່າອຸປະສັກນາໆປະການ ໃນສະໄໝຕໍ່ສູ້ກູ້ຊາດ. ປັດຈຸບັນ ມີ​ພະນັກງານ​​ເກືອບ 100 ຄົນ ​ແລະ ມີຫລາຍຜະລິດພັນ ເຊັ່ນ: ໃບຂ່າວ, ໜັງສືພິມປະເທດລາວ, ໜັງສືພິມ KPL News, ວາລະສານ, ​ເວ​ບ​ໄຊ, ​ເຟສບຸກ​ ​ເຊິ່ງກາຍ​ເປັນ​ ກະບອກ​ສຽງ​ສໍາຄັນ ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ ​ການ​ສ້າງສາ​ ພັດທະນາ​ປະ​ເທດ​ຊາດ, ​ໂຄ​ສະນາ​ເຜີຍ​ແຜ່​ ແນວທາງ​ນະ​ໂຍບາຍ ຂອງພັກ-ລັດຖະບານ, ກົດ​ໝາຍ-ນິຕິກໍາ, ການ​ຄ້າ, ການ​ລົງທຶນ, ປະກົດ​ການ​ຫຍໍ້ ​ແລະ ອື່ນໆ ​ເພື່ອ​ຮັບປະກັນ ໃຫ້​ປະຊາຊົນ​ລາວ ບັນດາ​ເຜົ່າ, ທັງ​ແຂກ​ພາຍ​ໃນ, ຕ່າງປະ​ເທດ ​ແລະ ຜູ້​ປະກອບ​ອື່ນໆ ​​ໄດ້​ມີ​ຄວາມເຂົ້າ​ໃຈ​ເລິກ​ເຊິ່ງ ຢ່າງຖືກຕ້ອງ.

  ປັດຈຸບັນ​ ​ຂ່າວສານ​ປະ​ເທດ​ລາວ​ ໄດ້​ມີ​ການ​ຮ່ວມ​ມື​ ກັບ​ບັນດາ​ອົງການ​ຈັດ​ຕັ້ງ ສື່​ມວນຊົນ​ປະ​ເທດ​ເພື່ອ​ບ້ານ ​ແລະ ຕ່າງປະ​ເທດ​​ ເປັນ​ຕົ້ນ: ສໍານັກ​ຂ່າວ​ຫວຽດນາມ, ສໍ​ານັກ​ຂ່າວ​ຊິນ​ຫົວ, ໜັງສືພິມ​ ປະຊາຊົນ​ຈີນ, ວິທະຍຸ​ສາກົນ ​ແຫ່ງ​ປະ​ເທດ​ຈີນ, ສໍານັກ​ຂ່າວ​ ກຽວ​ໂດ​ຂອງ​ຍີ່ປຸ່ນ ​ແລະ ອື່ນໆ. ​ແຕ່​ແນວ​ໃດ​ກໍ​ດີ ຜ່ານ​ການ​ຮ່ວມ​ມື ​ຕົວ​ຈິງ​​ເຫັນວ່າ ​ຍັງ​ບໍ່​ທັນ​ໜັກ​ແໜ້ນ​ ເທົ່າ​ທີ່​ຄວນ ສ່ວນ​ໃຫຍ່​ແມ່ນ ​​ໄດ້​ແລກປ່ຽນດ້ານ​ຂໍ້​ມູນ​ຂ່າວສານ​​​ ​ແລະ ໃນ​ອະນາຄົດ​ຫວັງ​​ວ່າ ການ​ຮ່ວມ​ມື​​ໄລຍະ​ໃໝ່​ ຄວນ​ເປັນ​ຮູບ​ປະ​ທໍາ ຫລາຍ​ຂຶ້ນ ​ເຊັ່ນ: ການ​​ແລກປ່ຽນ​ທາງ​ ດ້ານວິຊາ​ການ, ການກໍ່ສ້າງ​ບຸກຄະລາ​ກອນ​ ໄລຍະ​ສັ້ນ-​ໄລຍະ​ຍາວ, ຝຶກ​ອົບຮົມ​ ໃຫ້​ພະນັກງານ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ ທາງ​ດ້ານ​ວິຊາ​ການ, ການ​ຊ່ວຍ​​ເຫລືອ​ ດ້ານ​ເຕັກນິກ-ອຸປະ​ກອນຮັບ​ໃຊ້ ​ແລະ ອື່ນໆ.

  ພ້ອມ​ດຽວ​ກັນ​ນີ້ ທ່ານ ປັນກັງ ຄະນະ​ບໍລິຫານ​ງານ ບັນນາທິການ​ອາວຸ​ໂສ ຂອງ​ສະມາຄົມ​ນັກ​ຂ່າວ​ ທົ່ວ​ປະ​ເທດ​ຈີນ ກໍ​ໄດ້ສະ​ແດງ​ ຄວາມ​ຂອບ​ໃຈຕໍ່ທ່ານ ຫົວໜ້າ​ອໍານວຍ​ການ​ໃຫຍ່​​ ຂ່າວສານ​ປະ​ເທດລາວ ​ທີ່​ໃຫ້​ການ​ຕ້ອນຮັບ ອັນອົບ​ອຸ່ນ ​ແລະ ຈະ​ນໍາ​ເອົາ​ ເນື້ອ​ໃນ​ຈິດ​ໃຈ, ບົດຮຽນ, ຄວາມ​ຄິດ​​ເຫັນ ​ໄປ​ປຶກສາຫາລື ​ພິຈາລະນາ​ ເພື່ອ​ຊອກ​ຫາ​ຊ່ອງ​ທາງ ​ໃນ​ການ​ຮ່ວມ​ມື​ກັນ​ ໃນ​ອະນາຄົດ ​ໂດຍ​ສະ​ເພາະ​ ແມ່ນ​ແລກປ່ຽນ​ການ​ຢ້ຽມຢາມ​ ຂອງ​ຄະນະ​ຜູ້​​ແທນ ສອງ​ຝ່າຍ, ​ໃຫ້​ການຊ່ວຍ​ເຫລືອ ​ຝຶກ​ອົບຮົມ ທາງ​ດ້ານ​ວິຊາ​ການ ​ແລະ ​ແລກປ່ຽນ​ວິຊາ​ການ ​ໄປ​ປະ​ຈໍາ​ການ​ ຢູ່​ປະ​ເທດ​ຈີນ ​ແລະ ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ