ອັງກິດ​ແລະ​ສະຫະພາບ​ເອີ​ຣົບຍັງ​ບໍ່​ທັນກຳນົດເວລາ​​ການ​ຖອນ​ອອກ​ເທື່ອ
2016-06-29 16:33:09  cri 
    ຜູ້ນຳ​ປະ​ເທດ​ສະມາຊິກ​ສະຫະພາ​ບ​ເອີຣົບ ​ໄດ້​​ເຂົ້າຮ່ວມ​ກອງ​ປ​ະຊຸມ​ຢູ່​ນະຄອນຫຼວງ ບຣຸກ​ແຊນ​ໃນ​ຕອນ​ບ່າຍ​ວັນ​ທີ 28 ມິຖຸນາ​ນີ້ ​ເພື່ອ​ປຶກສາ​ຫາລື​ວຽກ​ງານຫຼັງການ​ລົງ​ປະຊາ​ມະຕິ​ທົ່ວ​ປະ​ເທດ​ຂອງ​ອັງກິດ​ທີ່​ຈະ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ. ​ແນວ​ໃດ​ກໍ​ດີ ​ເນື່ອງ​ຈາກ​ອັງກິດ​ປະກາດ​ວ່າ ອາດ​ຈະ​ໂຈະ​ບັນຫາ​ນີ້​ໃຫ້​ລັດຖະບານ​ຊຸດ​ໜ້າ​​ແກ້​ໄຂ, ສະນັ້ນ, ອັງກິດ​ແລະ​ສະຫະພາບ​ເອີຣົບ ຈຶ່ງ​ບໍ່​ໄດ້​ກຳນົດ​ເວລາ​ລະອຽດ​ກ່ຽວ​ກັບ​ຂັ້ນຕອນການ​ຖອນ​ອອກ​ເທື່ອ.

    ທ່ານ ​​ເດ​ວິດ ຄາ​ເມຣອນ ນາຍົກລັດຖະມົນຕີອັງກິດ ກ່າວຫຼັງກອງ​ປະຊຸມ​ເມື່ອ​ວັນ​ທີ 28 ມິຖຸນາ​ນີ້​ວ່າ, ການ​ດຳ​ເນີນ​ການເຈລະຈາ "ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ" ຢ່າງ​ເປັນ​ທາງ​ການ ອາດ​ຈະ​ໃຫ້​ລັດຖະບານ​ຊຸດ​ໜ້າ ຫຼື ນາຍົກລັດຖະມົນຕີ ຄົນ​ໃໝ່​ຕົກລົງ. ​ແນວ​ໃດ​ກໍ​ດີ, ໃນ​ເດືອນ​ຕຸລາ​ທີ່​ຈະ​ມາ​ເຖິງ​ນີ້ ຕົນ​ກໍ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່​ງ​.

    ຕາມ "ສັນຍາ​ສະຫະພາບ​ເອີຣົບ", ​ເມື່ອ​ປະ​ເທດ​ສະມາຊິກ​ຕົກລົງ​ຖອນ​ອອກ​ແລ້ວ, ລັດຖະບານ​ປະ​ເທດ​ນັ້ນຄວນ​ສະ​ເໜີ​ໃຫ້​ເຈລະຈາ​ກັນ​ກ່ອນ. ຫາງ​ສຽງ​ເຜີຍ​ໃຫ້​ຮູ້​ວ່າ, ປັດຈຸບັນ ​ປະ​ເທດ​ແລະ​ຜູ້ນຳ​ປະ​ເທດ ​ຂອງ​ສະຫະພາບ​ເອີຣົບຈຳນວນ​ບໍ່​ໜ້ອຍທວງ​ໃຫ້​ອັງກິດ​ສະ​ເໜີ​ຄຳ​ຮ້ອງ​ຂໍ​ເຈລະຈາ​ສັນຍາ​ຖອນ​ອອກ​ສະຫະພາບ​ເອີ​ຣົບ ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ສ້າງ​ຄວາມ​ວຸ້ນວາຍ​ແລະ​ຄວາມ​ກະວົນກະວາຍ​ໃຫ້​ແກ່​ຕະຫຼາດທີ່​ເລິກ​ເຊິ່ງຍາວ​ໄກ​ກວ່າ​ເກົ່າ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ