ຈີນຢືນຢັນສານ​ອະນຸຍາ​ໂຕຕຸລາການບໍ່​ມີ​ສິດ​ຕັດສິນ
2016-06-30 10:43:06  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 29 ມິຖຸນາ​ນີ້, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຖະ​ແຫຼ​ງກ່ຽວ​ກັບ​ເລື່ອງ​ສານ​ອະນຸຍາ​ໂຕຕຸລາການກ່າວ​ວ່າ​ຈະ​ປະກາດ​ຄຳ​ຕັດສິນ​ສຸດ​ທ້າຍກ່ຽວ​ກັບ​ຄະດີຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ສະ​ເໜີ​ໂດຍ​ຟີ​ລິບ​ປິນ​ໃນ​ໄວໆ​ນີ້.

ທ່ານ​ຫົງ​ເຫຼີ​ຍຢືນຢັນ​ວ່າ ສານ​ອະນຸຍາ​ໂຕ​ຕຸລາ​ການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້ທີ່​ສ້າງ​ຕັ້ງ​ຂຶ້ນ​ຕາມ​ຄຳ​ຮ້ອງ​ຂໍຈາກ​ຟີ​ລິບ​ປິນພຽງ​ຝ່າຍ​ດຽວ​ແລະ​ໄດ້​ກ່າ​ວໃ​ນວັນ​ທີ 29 ມິຖຸນາ 2016 ວ່າຈະ​ປະກາດ​ຄຳ​ຕັດສິນ​ສຸດ​ທ້າຍ​ໃນ​ວັນ​ທີ 12 ກໍລະກົດ​2016ນັ້ນ. ສິ່ງ​ທີ່​ຂ້າພະ​ເຈົ້າ​ຢາກ​ກ່າວ​ເນັ້ນ​ອີກ​​ເທື່ອ​ໜຶ່ງ​ກໍ​ຄື​ສານ​ອະນຸຍາ​ໂຕ​ຕຸລາການ​ບໍ່​ມີ​ສິດ​ຄຸ້ມ​ຄອງ​ເລື່ອງທີ່​ກ່ຽວຂ້ອງ​ກັບ​ຄະດີ​ນີ້​​ແລະ​ບໍ່​ຄວນ​ດຳ​ເນີນ​ຄະດີ​ພ້ອມ​ທັງ​ຕັດສິນ​ເປັນ​ຜົນ​ມາ​ຈາກ:

ໜຶ່ງ: ວັນ​ທີ 22 ມັງກອນ 2013, ຟີ​ລິບປິນ​ໄດ້​ສະ​ເໜີ​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ສາກົນ​ຕັດສິນ​ຄວາມ​ຂັດ​ແຍ້​ງລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນຢູ່​ທະ​ເລ​ຈີນ​ໃຕ້ພຽງ​ຝ່າຍ​ດຽວ. ຈາກ​ນັ້ນ, ລັດຖະບານ​ຈີນ​ໄດ້​ອອກ​ຖະ​ແຫຼ​ງການ​ທັນທີ​​ໂດຍ​ການບໍ່​ຮັບ​ເອົາ​ແລະ​ກໍ​ບໍ່​ເຂົ້າ​ຮ່ວມ​ການ​ຕັດສິນ​ໂດຍສານ​ອະນຸຍາ​ໂຕ​ຕຸລາການ​ເຊິ່ງສະ​ເໜີ​ໂດຍ​ຟີ​ລິບ​ປິນ. ຈາກ​ນັ້ນ​ມາ, ລັດຖະບານ​ຈີນ​ໄດ້​ກ່າວ​ຢ້ຳຫຼັກ​ໝັ້ນ​ດັ່ງກ່າວ​ນີ້​ມາ​ຫຼາຍ​ເທື່ອ.

ສອງ: ການ​ທີ່​ຟີ​ລິບ​ປິນສະ​ເໜີ​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການດຳ​ເນີນ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້ພຽງ​ຝ່າຍ​ດຽວ​ນັ້ນ​ໄດ້​ລະ​ເມີດ​ກົດໝາຍ​ລະ​ຫວ່າງ​ຊາດ.

ສາມ: ສານ​ອະນຸຍາ​ໂຕ​ຕຸລາການ​ໄດ້ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນຖານ​ການ​ກະທຳ​ແລະ​ຄວາມ​ຮຽກຮ້ອງ​ທີ່​ຜິດ​ກົດໝາຍ​ຂອງ​ຟີ​ລິບ​ປິນຈຶ່ງ​ບໍ່​ມີ​ສິດ​ຄຸ້ມ​ຄອງເລື່ອງ​ທີ່​ກ່ຽວຂ້ອງ​ກັບ​ຄະດີ​ດັ່ງກ່າວ​ແລະສີ່: ​ໃນ​ບັນຫາດິນ​ແດນ​ແລະ​ຄວາມ​ຂັດ​ແຍ້​ງ​ໃນການ​ຂີດ​ແບ່ງ​ນ່ານ​ທະ​ເລ, ຈີນ​ບໍ່​ຮັບ​ເອົາ​ວິທີ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຂອງ​ຝ່າຍ​ທີ​ສາມ​​ແຕ່​ປະ​ເທດໃດ​ແລະ​ກໍ​ບໍ່​ຮັບ​ເອົາ​ແຜນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ໃດໆ​ທີ່​ເປັນ​ການບັງຄັບ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ