ລາວ​​ເລັງ​ຫຼຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​ເປັນ​ເປົ້າ​ໝາຍ​ສຳຄັນ
2016-06-30 16:49:55  cri 
ໜັງສືພິມ​ວຽງ​ຈັນທາ​ມສະບັບ​ວັນ​ທີ 29 ມິຖຸນາ​ນີ້​ລາຍ​ງານ​ວ່າ: ທ່ານ​ດຣ.ຄຳ​ລຽນ ພົນ​ເສນາ ຮອງລັດຖະມົນຕີ​​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ຢືນຢັນ​ໃນ​ວັນ​ທີ 28 ມິຖຸນາ​ນີ້​ວ່າ: ​ເຖິງ​ວ່າລາວ​ບໍ່​ໄດ້​ຜ່ານ​ການ​ກວດ​ສອບ​ຈາກ​ຄະນະ​ກຳມະການ​ນະ​ໂຍບາຍ​ພັດທະນາ​ຂອງ​ສະພາ​ເສດຖະກິດ​ແລະ​ສັງຄົມ​ ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ປີ 2015, ​ແຕ່​ກໍ ມີ​ຄວາມ​ກ້າວໜ້າ​ຢ່າງ​ໃຫຍ່​ຕາມ3​ມາດຕະຖານ.​ໂດຍ​ຫຼ້າ​ສຸດ ຕາມການ​ຄາດ​ຄະ​ເນ​ຂອງ​ຄະນະ​ກຳມະການ​ເສດຖະກິດ​ສັງຄົມ​ອາຊີ​ແລະ​ປາ​ຊີ​ຟິກອົງກາ​ນສະຫະ​ປະຊາ​ຊາດ​ຊີ້​ໃຫ້​ເຫັນ​ວ່າ: ໃນ​ຫຼາຍ​ປີ​ຕໍ່ໜ້າ, ຖ້າວ່າລາວ​ສາມາດ​ຮັກສາ​ຈັງຫວະ​ການ​ເຕີບ​ໂຕ, ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນຈະ​ບັນລຸມາດຕະຖານ​ຫຼຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ທີ່​ດ້ອຍ​ພັດທະນາ​ແລ້ວ, ຄາດ​ວ່າ​ຈະ​ສາມາດ​ບັນລຸ​ມາດ​ຕະຖານ​ຊັບ​ສິນ​ກຳລັງ​ຄົນ​ໃນ​ປີ2018.

ທ່ານ​ດຣ. ຄຳ​ລຽນ ພົນ​ເສນາ​ກ່າວ​ວ່າ: ລາວ​ຈະ​ສຸມ​ໃສ່​ແກ້​ໄຂ​ຈຸດ​ອ່ອນ​ທາງ​​ເສດຖະກິດ, ສັງຄົມ​ແລະ​ສິ່ງ​ແວດ​ລ້ອມ ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ທີ່​ດ້ອຍ​ພັດທະນາ​​ເຊິ່ງຈຸດ​ນີ້ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ລວມທັງ​ອົງການ​ທີ່​ກ່ຽວຂ້ອງຂອງ​ສະຫະ​ປະຊາ​ຊາດ​ຈົ່ງ​ເພີ່ມ​ການ​ສະໜັບສະໜູນ​ແລະ​ການ​ຮ່ວມ​ມື​ກັບ​ລາວ, ພ້ອມ​ທັງໃຊ້​ບາດ​ກ້າວ​ຕົວ​ຈິງ​ເພື່ອ​ຕອບ​ສະ​ໜອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ລະ​ອຽດຂອງ​ປະ​ເທດ​ທີ່​ດ້ອຍ​ພັດທະນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ