ອາ​ເມ​ລິ​ກາ​ເຕືອນ​ກຸ່ມ​ISອາດ​ຈະຫຼອນ​ໂຈມ​ຕີປະ​ເທດ​ຕົນ
2016-06-30 16:59:52  cri 
ຂ່າວສາ​ນຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 29 ມິຖຸນາ​ນີ້, ທ່ານ​ຈອນ ​ເບຣັນນານ ຫົວໜ້າ​ອົງການ​ສືບ​ຂ່າວ​ລັບ​ອາ​ເມ​ລິ​ກາ​ໄດ້​ເຕືອນ​ວ່າ: ​ບໍ່​ສາມາດ​ປະຕິ​ເສດ​ຄວາມ​ເປັນ​ໄປ​ໄດ້​ຢ່າງ​ເດັດຂາດ​ວ່າປະ​ເທດ​ຕົນຈະ​ບໍ່​ຖືກ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍຫຼັງເຫັນ​ວ່າ: ກຸ່ມ​ຫົວ​ຮຸນ​ແຮງ "ລັດ​ອິສລາມ"ຫຼື​ISກຳລັງ​ຫາ​ຊ່ອງ​ທາງ​ກໍ່​ເຫດ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ເໝືອນ​ດັ່ງເຫດ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ສະໜາມ​ບິນ​ສາກົນ​ອາ​ຕາ​ເຕີ​ກ​ເມືອງ​ອິສຕັນບູນ.

ທ່ານ​ເບຣັນນານ​ກ່າວ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກິດຈະກຳ​ຂອງ​ສະພາ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໃນ​ວັນ​ດັ່ງກ່າວ​ວ່າ: ກຸ່ມ​IS​ໄດ້​ກໍ່​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຕ່າງ​ໆຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ລວມທັງເຂດ​ແຄວ້ນ​ອື່ນໆ​​ໃນ​ໂລກທັງ​ທາງ​ກົງ​ແລະທາງ​ອ້ອມ, ພ້ອມ​ທັງໂຄສະນາ​ປຸກ​ປັ່ນ​ໂດຍ​ຮຽກຮ້ອງ​ໃຫ້​ກໍ່​ເຫດ​ຈູ່ໂຈມ​ດ່ຽວ​ແບບ​ກອງ​ຫຼອນ​ຫຼື "lone wolf"ຕໍ່​ອາ​ເມ​ລິ​ກາ. ຈາກ​ນີ້​ຕົນ​ຈິ່ງ​ຄັດຄ້ານ​ທຸກ​ທັດສະນະ​ທີ່​ວ່າ ອາ​ເມ​ລິ​ກາ​ຈະ​ບໍ່​​ເກີດ​ເຫດ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢ່າງ​ເດັດຂາດ​ຫຼື ກຸ່ມISບໍ່​ມີ​ແຜນ​ຈະ​ຫຼອນ​ໂຈມ​ຕີ​ອ​າ​ເມ​ລິ​ກາ.

ທ່ານ​ເບຣັນນານ​ກ່າວ​ຕື່ມວ່າ: ປັດຈຸບັນ, ມີ​ຄວາມ​ເປັນ​ໄປ​ໄດ້​ໜ້ອຍ​ລົງ​ທີ່ກຸ່ມກໍ່​ການ​ຮ້າຍ​ຈະ​​ເລັດລອດ​ເຂົ້າ​ດິນ​ແດນ​ອາ​ເມ​ລິ​ກາ, ​ແຕ່​ການ​ທີ່​ກຸ່ມISຮູ້ນຳ​ໃຊ້ເຕັກ​ໂນ​ໂລ​ຊີການສື່ສານ​ກັນ​ດ້ວຍ​ວິທີ​ປິດ​ລັບ​ນັ້ນ​ເປັນ​ສິ່ງ​ທີ່​ໜ້າ​ວິຕົກ​ກັງວົນທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ