ອົງການ​ການບິນ​ພົນລະ​ເຮືອນ​ສາກົນ​ປະນາມ​ເຫດການກໍ່​ການ​ຮ້າຍ​ສະໜາມ​ບິນ​ອິສຕັນ​ບູນຢ່າງ​ຮຸນ​ແຮງ
2016-06-30 15:17:07  cri 

ອົງການ​ການບິນ​ພົນລະ​ເຮືອນ​ສາກົນ ຫຼື ICAO ​ທີ່​ມີ​ສຳນັກງານ​ໃຫຍ່​ຢູ່​ເມືອງມອນ​ເຕຣອານ ປະ​ເທດ​ກາ​ນາ​ດາ ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 29 ມິຖຸນາ​ນີ້ ​ໂດຍ​ປະນາມຢ່າງ​ຮຸນ​ແຮງ​ຕໍ່​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​​ສະໜາມ​ບິນ​ສາກົນອາ​ຕາ​ເຕິ​ກ​ເມືອງ​ອິສຕັນ​ບູນ ປະ​ເທດ​ຕວກກີ.

ທ່ານ​ໂອ​ລູມິ​ວອີ​ວາ ​ເບ​ນາດ ອາ​ລິວ ປະທານ​ສະພາ​ມົນຕີ ICAO ກ່າວ​ວ່າ: ​ເຫດການ​ກໍ່​ການ​ຮ້າຍ​ດັ່ງກ່າວ​ໄດ້​​ເລັງ​ໃສ່​ປະຊາຊົນ​ຕວກກີ​ແລະ​ຜູ້​ໂດຍສານ​ທີ່​ບໍລິສຸດ​ເປັນ​ເປົ້າ​ໂຈມ​ຕີ, ພວກ​ຂ້າພະ​ເຈົ້າຮູ້ສຶກ​ເຈັບປວດຕໍ່​ຜົນ​ຮ້າຍຈາກ​ເຫດການ​ດັ່ງກ່າວ. ຂະນະ​ທີ່​ວົງ​ການ​ການບິນ​ພົນລະ​ເຮືອນ​ສາກົນ​ຍິນ​ດີ​ຮ່ວມ​ມື​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຮັບປະກັນບໍ່​ໃຫ້ຕາໜ່າງການບິນ​ພົນລະ​ເຮືອນ​ທົ່ວ​ໂລກ ​ແລະ ຜູ້​ໂດຍສານຫຼາຍຕື້​ຄົນຖືກ​ຂົ່ມຂູ່​ຈາກ​ລັດທິ​ກໍ່​ການ​ຮ້າຍ.

​ ເຫດການຫຼອນ​ໂຈມ​ຕີ​ແບບ​ລະ​ເບີດ​ສະຫຼະຊີບຫຼາຍ​ເທື່ອ​ແລະ​ຕໍ່​ເນື່ອງ​ຢູ່​ສະໜາມ​ບິນ​ສາກົນ​ອາ​ຕາ​ເຕິ​ກ ​ເມືອງ​ອິສຕັນ​ບູນ ໃນຕອນ​ຄ່ຳ​ວັນ​ທີ 28 ມິຖຸນາ​ນີ້​ ​ເຮັດ​ໃຫ້ 41 ຄົນ​ເສຍ​ຊີວິດ ​ແລະ 239 ຄົນ​ບາດ​ເຈັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ