ປະທານ​ປະ​ເທດ​ຈີນພົບ​ປະ​ກັບ​ນາຍົກ ສ.​ເກົາຫຼີ
2016-06-30 11:49:30  cri 
ວັນ​ທີ 29 ມິຖຸນາ​ນີ້ ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນະຄອນຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິ​ງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ຮວາງ​ກຽວ​ອັນ ນາຍົກລັດຖະມົນຕີ ສ.​ເກົາຫຼີ.

ທ່ານ ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ປັດຈຸບັນ, ສາຍ​ພົວພັນ​ລະຫວ່າງ​ຈີນ-ສ.​ເກົາຫຼີ ​ໄດ້​ສືບ​ຕໍ່​ຮັກສາ​ທ່າ​ອ່ຽງ​ແຫ່ງ​ການ​ພັດທະນາ. ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ​ໄດ້​ພັດທະນາ​ແລະ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຜົນການ​ປະຕິບັດສັນຍາ​ການ​ຄ້າ​ເສລີ​ພວມ​ມີ​ທ່ວງທ່າ​ທີ່​ຕັ້ງໜ້າ,ສອງ​ຝ່າຍ​ໄດ້​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ແລະ​ການ​ປະສານ​ງານ​​ໃນ​ວຽກ​ງານ​ສາກົນຢ່າງ​ແໜ້ນ​ແຟ້ນ​ແລະຫວັງ​ວ່າ​ສອງ​ຝ່າຍ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​​ຕ່າງໆ​ທີ່​ຕົນ​ກັບ​ປະທານາທິບໍດີ ​ປັກ​ກິນ​ແຮ ຕົກລົງ​ກັນ​ນັ້ນ ຈະຊຸກຍູ້​ການ​ພົວພັນ​ລະ​ຫວ່າງສອງ​ຝ່າຍ​ໃຫ້ມີ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ ສີ​ຈິ້ນ​ຜິ​ງ ກ່າວ​ຕື່ມ​ວ່າ: ຈີນ​ແລະ ສ.​ເກົາຫຼີ ຄວນ​ສືບ​ຕໍ່​ສຸມ​ໃສ່​ການ​ບັນລຸ​ການ​ປອດ​ນິວ​ເຄລຍຂອງ​ແຫຼມ​ເກົາຫຼີ, ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ ​ແຫຼມເກົາຫຼີ, ພະຍາຍາມ​ຊຸກຍູ້​ການ​ແກ້​ໄຂ​ບັນຫາລະຫວ່າງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ. ຫວັງ​ວ່າ ສ.​ເກົາ​ຫຼີ ຈະໃຫ້​ຄວາ​ມສຳຄັນ​ເຖິງ​ຄວາມ​ເປັນ​ຫ່ວງ ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຈີນຢ່າງ​ເໝາະ​ສົມ, ​ແກ້​ໄຂ​ບັນຫາ​ທີ່​ອາ​ເມ​ລິ​ກາ​ຈະຕິດ​ຕັ້ງ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​ຢູ່ ສ.​ເກົາຫຼີ ຢ່າງ​ເໝາະ​ສົມ​ແລະ​ຮອບ​ຄອບ.

ທ່ານ ຮວາງ​ກຽວ​ອັນ ຍັງ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງອົບ​ອຸ່ນ​ຂອງ​ທ່ານ ປັກ​ກິນ​​ແຮ ​ມາ​ຍັງ​ທ່ານ ສີ​ຈິ້ນ​ຜິ​ງ ​ແລະ ກ່າວ​ວ່າ: ສ.​ເກົາຫຼີ​ ຍິນ​ດີ​ຮ່ວມ​ກັບ​ຈີນ​ພະຍາຍາມ​ເຮັ​ດ​ໃຫ້ຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂ​ດຕ່າງໆ​ສອດຄ່ອງ​ກັບ​ລະດັບ​ການ​ພັດທະນາ​​ແລະການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປັດຈຸ​ບັນ​ຢ່າງ​ເຕັມ​ສ່ວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ