ມີ​ຜູ້​ເສຍ​ຊີວິດ 41 ຄົນ​ຫຼັງເກີດ​ເຫດ​ການ​ໂຈມ​ຕີ​ສະໜາມ​ບິນ​ປະ​ເທດ​ຕວກກີ
2016-06-30 16:10:28  cri 
ວັນ​ທີ 29 ມິຖຸນາ​ນີ້, ຫ້ອງການ​ເຈົ້າ​ແຂວງ​ແຂວງ​ອິສຕັນ​ບູນປະ​ເທດຕວກກີ​ໃຫ້​ຮູ້​ວ່າ: ​ໃນ​ຕອນ​ຄ່ຳ​ວັນ​ທີ 28 ມິຖຸນາ​ນີ້, ຢູ່​ສະໜາມ​ບິນ​ສາກົນອາ​ຕາ​​ເຕີ​ກ​ຂອງ​ອິສຕັນບູນ​ໄດ້​ເກີດ​ການ​ໂຈມ​ຕີ​ດ້ວຍລະ​ເບີດ​ຕິ​ດຕໍ່​ກັນ ສົ່ງ​ຜົນ​ເຮັດ​ໃຫ້ 41 ຄົນ​ເສຍ​ຊີວິດ ​ແລະ​ 239 ຄົນ​ບາດ​ເຈັບ.

ຫ້ອງການ​ດັ່ງກ່າວ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ວັນ​ທີ 29 ມິຖຸນາ​ນີ້​ວ່າ: ​ໃນ​ຈຳນວນ​ຜູ້​ປະສົບ​​ເຄາະ​ຮ້າຍ 41 ຄົນ​ນັ້ນ​ 12 ຄົນ​ເປັນຊາວຕ່າງປະ​ເທດ​ເປັນ​ຕົ້ນຊາ​ອຸ​ດິ ອາຣັບບີ, ອີຣັກ, ຕຸຍ​ນີຊີ,ອີຣານ,ອູ​ແກຣນ​ແລະ​ອຸສ​ເບ​ກິ​ສະຖານ.

ຫຼັງ​​ເກີດ​ເຫດ, ທ່ານ ຣີຊິ​ບ ​ໄຕ​ຢິບ ​ເອ​ໂດ​ການ ປະທານາທິບໍດີ​ຕວກກີ​ໄດ້​ອອກ​ຖະ​ແຫຼ​ງການ​​ໃນ​ທັນທີ ​ໂດຍ​ໄດ້​ກ່າວ​ປະນາ​ມຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ໂຈມ​ຕີ​​ແບບ​ກໍ່​ການ​ຮ້າຍ​ຢູ່​ສະໜາມ​ບິນ​ດັ່ງກ່າວ ​ແລະ ຢືນຢັນ​ວ່າ​ຈະ​ໃຊ້​ທຸກ​ມາດ​ຕະການ​ສະກັດ​ກັ້ນ​ແລະ​ປາບ​ປາມ​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ "ຈົນ​ເຖິງ​ຂັ້ນ​ດັບ​ສູ​ນລັດທິ​ກໍ່​ການ​ຮ້າຍ". ​ແນວ​ໃດ​ກໍ​ດີ​ຫວັງ​ວ່າ​ບັນດາ​ປະ​ເທດ​ ​ໃນ​ໂລກ​ໂດຍ​ສະ​ເພາະ​ປະ​ເທດຕາ​ເວັນ​ຕົກຈະ​ຍຶດຫຼັກ​ໝັ້ນທີ່​ເດັດດ່ຽວ​ໜຽວ​ແໜ້ນໃນ​ການ​ປາບ​ປາມລັດທິ​ກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ