ວັນທີ 30 ມິຖຸນານີ້, ງານວາງສະແດງເຄື່ອງວິຈິດຕະກຳເພື່ອເປັນການສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 95 ປີໄດ້ຈັດຂຶ້ນຢູ່ຫໍວິຈິດຕະກຳຈີນນະຄອນຫຼວງປັກກິ່ງ ໂດຍໄດ້ນຳເອົາເຄື່ອງວິຈິດຕະກຳທີ່ດີເລີດຈາກຈິດຕະກອນຫຼາຍຮຸ່ນຜ່ານມາຂອງຈີນທີ່ປະດິດຄິດແຕ່ງໃນໄລຍະປະຫວັດສາດທີ່ແຕກຕ່າງກັນ ລວມທັງເຄື່ອງວິຈິດຕະກຳເກົ່າແກ່ຢູ່ຫໍດັ່ງກ່າວແລະເຄື່ອງປະດິດສ້າງໃໝ່ຈາກແຫ່ງອື່ນໆ ເປັນຕົ້ນຮູບແຕ້ມທີ່ເປັນເອກະລັກຈີນ, ຮູບແຕ້ມນ້ຳມັນ, ເຄື່ອງແກະສະຫຼັກແລະອື່ນໆ.