ຈີນ​ຊົມ​ເຊີຍ​ຫຼັກ​ໝັ້ນທີ່​ພາວະ​ວິ​ໄສ​ແລະ​ຍຸຕິ​ທຳ​ຂອງ​ນາຍົກ​ກຳປູ​ເຈຍ​​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້
2016-06-30 16:23:45  cri 
ຕາມ​ຂ່າວCRI: ວັນ​ທີ 28 ມິຖຸນາ​ນີ້, ທ່ານ​ຮຸນ​ແຊນ, ປະທານ​ພັກ​ປະຊາຊົນກຳປູ​ເຈຍນາຍົກລັດຖະມົນຕີປະ​ເທດ​ດັ່ງກ່າວ​ໄດ້​ສະ​ແດງ​ຫຼັກ​ໝັ້ນ​ຂອງ​ຕົນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ​ໂດຍຊີ້​ໃຫ້​ເຫັນ​ວ່າ​ພັກ​ປະຊາຊົນ​ກຳປູ​ເຈຍ​ຄັດຄ້ານ​ອາ​ຊຽນອອກ​ຖະ​ແຫຼ​ງການ​ຕໍ່​ບັນຫາ​ຄະດີ​ຕັດສິນ​ຂອງ​ຟີ​ລິບ​ປີນ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້, ທັງຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ບໍ່​ກ່ຽວຂ້ອງ​ຢຸດ​ການ​ແຊກ​ແຊງບັນຫາ​ທະ​ເລ​ຈີນ​ໃຕ້, ​ແລະ​​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ປະຕິບັດ​ຕາມຈິດໃຈ​ຂອງ "ຖະ​ແຫຼ​ງການ​​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້". ຕໍ່​ເລື່ອງ​ນີ້, ທ່ານຫົງ​ເລີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 29 ມິຖຸນາ​ນີ້ວ່າ, ຈີນ​ຊົມ​ເຊີຍ​​ເປັນ​ຢ່າງ​ສູງ​ຕໍ່​ຫຼັກ​ໝັ້ນທີ່​ພາວະ​ວິ​ໄສ​ແລະ​ຍຸ​ຕິ​ທຳ​ຂອງ​ທ່ານ​ຮຸນ​ແຊນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້. ​ແລະ"ການສະ​ແດງ​ທ່າ​ທີ​ຂອງ​ກຳປູ​ເຈຍ​​ສະ​ແດງ​ໃຫ້​ເຫັນ​ອີກ​ວ່າ, ບາງ​ປະ​ເທດ​ຢາກ​ສວຍ​ໃຊ້​ຄະດີ​ຕັດສິນ​ຂອງ​ຟີ​ລິບ​ປີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້ທຳລາຍ​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ກໍ​ຄື​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ພາກ​ພື້ນ​​ເຊິ່ງຖື​ວ່າ​ບໍ່​ຖືກຕາມ​ຈິດ​ໃຈ​ຂອງ​ປະຊາຊົນ, ​ແລະກໍ​ບໍ່​ສາມາດ​ປະສົບຜົນສຳ​ເລັດ​ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ