ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຈີນ​ພົບ​ປະ​ກັບ​ເອກ​ອັກຄະ​ລັດຖະທູດ​ລາວ​ປະ​ຈຳ​ຈີນ
2016-06-30 16:27:29  cri 
ວັນ​ທີ 28 ມິຖຸນາ​ນີ້, ທ່ານຫ້າວ​ຜີ​ງ, ຮອງ​ລັດຖະມົນຕີ​​ກະຊວງ​ສຶກສາ​ທິການ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ ວັນ​ດີ ບຸດ​ທະສະ​ວົງ, ​ເອກ​ອັກຄະ​ລັດຖະທິດ​ລາວ​ປະຈຳ​ຈີນ​ພ້ອມ​ດ້ວຍ​ຄະນະ.

​ໂອກາດ​ດັ່ງກ່າວ, ທ່ານ​ຫ້າວ​ຜີ​ງ​ໄດ້ສະ​ເໜີ​ກ່ຽວ​ກັບ​ການຣ່ວມມື​ລະຫວ່າງ​ຈີນ-ລາວ​​ເປັນ​ຕົ້ນ​ການ​ແລກປ່ຽນ​ການ​ສຶກສາ, ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ຂອງຄູອາຈານ​ແລະ​ນັກ​ສຶກສາ, ​ແລະ​ຕັ້ງ​ໜ້າ​ຍົກ​ລະດັບ​ຊັບພະຍາກອນມະນຸດ​ແລະ​ອື່ນໆ, ຂະນະ​ທີ່ປີ​ນີ້​​ຈີນ​ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ, ​ ​ແມ່ນ​ປີ​ແລກປ່ຽນ​ການ​ສຶກສາ​ຈີນ-ອາ​ຊຽນ, ​ແລະ​ກໍ​ພໍດີ​ທີ່ລາວ​ເປັນ​ປະ​ເທດ​ປະທານ​ໝູນວຽນ​​ອາ​ຊຽນ, ຈີນ​​ຖື​ໂອກາດ​​ນີ້, ​ພະຍາຍາມ​ຮ່ວມ​​ກັບ​ລາວ, ຊຸກຍູ້​ຍົກລະດັບ​​ແລກປ່ຽນ​ການ​ສຶກສາລະ​ຫວ່າງ​ຈີນ​-ລາວ, ຈີນ-ອາ​ຊຽນກ້າວ​ຂຶ້ນ​ສູ່​ລະດັບ​​ໃໝ່.

ທ່ານ​ນາງ ວັນ​ດີ ບຸດ​ທະສະ​ວົງ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ແລະ​ຊົມ​ເຊີຍ​ຈີນ​ທີ່ສະໜັບສະໜູນ​ການ​ສຶກສາ​ຂອງ​ລາວ​ໃນ​ໄລຍະ​ຍາວ​ນານ, ​ແລະ​ກໍຍິນ​ດີ​ຮ່ວມກັບ​ຈີນຈັດ​ກິດຈະກຳ​ປີ​ສຶກສາ​ໃຫ້​ດີ, ຊຸ​ກຍູ້ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ