ສປປ ລາວ ຖືເອົາການສຶກສາ ເປັນບູລິມະສິດ ໃນການພັດທະນາ ຊັບພະຍາກອນມະນຸດ
2016-06-30 16:34:08  cri 
  ຂປລ. ກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳປີ 2016 ຈັດຂຶ້ນໃນ ວັນທີ 30 ມິຖຸນາ 2016 ທີ່ນະຄອນຫລວງວຽງຈັນ,ວຽກງານການສຶກສາ ແລະ ກິລາ ເປັນບູລິມະສິດ ຂະແໜງການໜຶ່ງ ທີ່ລັດຖະບານ ໃຫ້ຄວາມສຳຄັນ ແລະ ຖືເອົາການສຶກສາ ເປັນໃຈກາງ ໃນການພັດທະນາ ຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ເຊິ່ງເປັນປັດໄຈ ຕັດສິນການຂະຫຍາຍຕົວ ທາງດ້ານ ເສດຖະກິດ-ສັງຄົມ ຂອງປະເທດ. ໃຫ້ກຽດເປັນ ປະທານ ໂດຍທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຮອງລັດຖະມົນຕີ, ຄູ-ອາຈານ ເຂົ້າຮ່ວມ.

  ກອງປະຊຸມ ໄດ້ຮັບຟັງ ການລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາ ການສຶກສາ ແລະ ກິລາ ປະຈຳປີ 2015-2016 ກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ ລົງທຶນເຂົ້າໃນ ການພັດທະນາ ການສຶກສາ ແຕ່ອະ ນຸບານ ຮອດມະຫາໄລ ໂດຍເນັ້ນໃສ່ ການຂະຫຍາຍຫ້ອງຮຽນ, ໂຮງຮຽນ, ສະໜອງອຸປະກອນຮັບໃຊ້ ການຮຽນ-ການສອນ, ອົບຮົມ ແລະ ຍົກລະດັບຄູ ລວມທັງການ ສ້າງຄວາມເຂັ້ມແຂງ ວຽກງານດ້ານບໍລິຫານ ຄຸ້ມຄອງການສຶກສາແຕ່ລະຂັ້ນ, ປັບປຸງ ແລະ ສ້າງນິຕິກຳຫລາຍຢ່າງ ເພື່ອຮັບໃຊ້ໃຫ້ແກ່ ການພັດທະນາ ລະບົບການສຶກສາ ເປັນຕົ້ນແມ່ນ ປັບປຸງກົດໝາຍ ການສຶກສາ, ສ້າງຍຸດທະສາດ ການພັດທະນາກິລາລາວ ເຊິ່ງໄດ້ສົ່ງຜົນ ໃຫ້ອັດຕາເຂົ້າຮຽນ ຂອງເດັກ 3-5 ປີ ເພີ່ມຈາກ 43% ໃນປີ 2015 ເປັນ 49%, ອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 66% ໃນປີ 2015 ເປັນ 70,8%, ອັດຕາເຂົ້າຮຽນໃໝ່ ສຸດທິຊັ້ນປະຖົມສຶກສາ ເພີ່ມຈາກ 97,2% ເປັນ 97,9%, ອັດຕາຄ້າງຫ້ອງ ແລະ ປະລະ ຊັ້ນປະຖົມສຶກສາ ຫລຸດຈາກ 5,8% ເປັນ 4,8% ແລະ ຈາກ 5,2% ເປັນ 4,9% ຕາມລຳດັບ, ໃນຄະນະທີ່ ອັດຕາການເຂົ້າຮຽນ ລວມຊັ້ນມັດທະຍົມຕົ້ນ ແລະ ປາຍ ເພີ່ມຂຶ້ນ 78% ເປັນ 82,2% ແລະ ຈາກ 45,8% ເປັນ 47,8%  ຢ່າງໃດກໍດີ ຄຽງຄູກັບການສຶກສາ ໃນໂຮງຮຽນ, ການສຶກສາ ນອກໂຮງຮຽນ ກໍເປັນວຽກງານໜຶ່ງ ທີ່ສຳຄັນ  ເພື່ອໃຫ້ປະເທດຊາດ ຫລຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2020 ສຳລັບການສຶກສາ ຫລັງມັດທະຍົມຄື: ການສຶກສາສ້າງຄູ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ກໍໄດ້ຮັບການປັບປຸງ ຂຶ້ນເທື່ອລະກ້າວ ທາງດ້ານປະລິມານ ແລະ ຄຸນນະພາບ ເຊັ່ນ: ປັບປຸງຫລັກສູດ, ຍົກລະດັບໃຫ້ຄູສອນ ແລະ ອື່ນໆອີກ. ນອກນັ້ນ, ຍັງໄດ້ຮັບຟັງ ແຜນພັດທະນາ ການສຶກສາ ແລະ ກິລາ 2016-2017, ລາຍງານຜົນສຳເລັດສຳລັບ ຂະແໜງການຍ່ອຍ ກິລາກາຍະກຳ ປະຈຳສົກປີ 2015-2016 ແລະ ແຜນຈຸດສຸມ ປະຈຳສົກ ປີ 2016-2017, ລາຍງານສະພາບການເງິນ, ແຜນຄາດຄະເນ ງົບປະມານ 2016-2017 ຂອງຂະແໜງການ ສຶກສາ ແລະ ກິລາ  ແລະ ຜົນການວິໄຈ ໃສ່ການລົງທຶນ ໃນຂະແໜງການສຶກສາ, ສະເໝີແຜນການຕິດຕາມ ປະເມີນຜົນການ ຈັດຕັ້ງປະຕິບັດ ແຜນຈຸດສຸມສຳລັບ ສົກປີ 2016-2017 ແລະ ສະເໝີແຜນສ້າງ ແລະ ປັບປຸງນິຕິກຳ ແລະ ການຄຸ້ມຄອງ ຄູຕາມທິດປ່ຽນແປງໃໝ່ ລວມທັງການຄຸ້ມຄອງ ຄູອາສາສະໝັກ ແລະ ຄູສັນຍາຈ້າງ ແລະ ຫລາຍໆບັນຫາ ທີ່ຕິດພັນກັບ ວຽກງານການສຶກສານຳອີກ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ