ສະຖານທູ​ດຈີນ​ປະຈຳ​ລາວມອບ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ແກ່​ກະຊວງ​ການ​ຕ່າງປະ​ເທດ​ລາວ
2016-06-30 16:46:08  cri 

  ຫວ່າງ​ມໍ່ໆ​ນີ້, ທ່ານ ກວນຮວາ​ບິງ ​ເອກ​ອັກຄະ​ລັດຖະທູດຈີນ​ປະຈຳລາວ ​​ແລະ​ທ່ານ​ນາງ ຄຳເພົາ ເອິນທະວັນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວໄດ້​ເຂົ້າ​ຮ່ວມ​ພິທີມອບ-ຮັບ​ເຄື່ອງ​ຊ່ວຍ​ເຫຼືອຈາກ​ສະຖານທູ​ດຈີນ​ປະຈຳລາວ​ໃຫ້​ແກ່​ກະຊວງ​ການ​ຕ່າງປະ​ເທດ​ລາວ.

  ທ່ານ ກວນຮວາ​ບິງ ກ່າວ​ວ່າ, ການ​ທີ່ສະຖານທູດ​ຈີນ​ປະຈຳ​ລາວມອບ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ແກ່​ກະຊວງ​ການ​ຕ່າງປະ​ເທດ​ລາວ​ກໍ​ຫວັງ​ຈະ​ຊ່ວຍ​ວຽກ​ງານ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງການ​ຕ່າງປະ​ເທດ​ໃນ​ໂອກາດ​ທີ່​ປີ​ນີ້ລາວ​ເປັນ​ປະທານ​ອາ​ຊຽນ​. ​ແນວ​ໃດ​ກໍ​ດີ, ສະຖານທູດ​ຈີນ​ປະຈຳ​ລາວ​ຈະ​ສື່​ບຕໍ່​ພົວພັນ​ແລະ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ເພື່ອ​ຮ່ວມ​ກັນ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

  ທ່ານນາງ ຄຳເພົາ ເອິນທະວັນ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ທີ່​ສະຖານທູດ​ຈີນ​ປະຈຳ​ລາວ​ມອບ​ເຄື່ອງ​ກໍ​ຄື​ໃຫ້ການ​ຊ່ວຍ​ເຫຼືອ​ແລະ​ສະໜັບສະໜູກະຊວງ​ຕົນ​ໃນ​​ໄຍລະຜ່ານ​ມາທັງ​ກ່າວ​ວ່າ, ​ເຄື່ອງ​ຊ່ວຍ​ເຫຼືອ​ເຫຼົ່າ​ນີ້​ຈະ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​​ໃນ​ການປະຕິບັດ​ວຽກ​ງານຕ່າງໆທັງ​ເປັນ​ຂອງຂວັນ​ທີ່ຈີນ​ໃຫ້​​ລາວ​ໃນ​ໂອກາດສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 55 ປີ. ຍິ່ງ​ກວ່າ​ນັ້ນ​ຍັງ​ເປັນ​ການ​ສະໜັບສະໜູນລາວ​ຢ່າງ​ແທ້​ຈິງ​​ໃນ​ຖານະ​ເປັນ​ປະທານອາ​ຊຽນ. ​ແນວ​ໃດ​ກໍ​ດີ, ລາວ​ຈະ​ນຳ​ໃຊ້​ເຄື່ອງ​ຊ່ວຍ​ເຫຼືອ​ເຫຼົ່າ​ນີ້​ຢ່າງ​ເຕັມ​ສ່ວນ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ແລະ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຢ່າງມີ​ປະ​ສິດທິ​ພາບ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ