ສູນວັດທະນະທຳ​ຈີນ​ລາວ​ ​ສຳ​ມະ​ນາ​ເພື່ອ​ສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-01 15:57:15  cri 
ຕາມ​ຂ່າວ CRI ລາຍ​ງານ​ວ່າ: ຕອນ​ບ່າຍ​ວັນ​ທີ 30 ມິຖຸນາ​ຜ່ານ​ມາ, ສູນວັດທະນະທຳ​ຈີນ​ລາວ​ທີ່​ນະຄອນຫຼວງ​ວຽງ​ຈັນ​ໄດ້​ຈັດຕັ້ງການ​ສຳ​ມະ​ນາພາຍ​ໃຕ້​ຫົວຂໍ້ "ການ​ໄປມາຫາສູ່​ກັນຢ່າງມີ​ໄມຕີ​ຈິດ​ມິດຕະພາບ​ຈີນ-ລາວ"​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ​ໂດຍທ່ານ​ຫົງ​ຈ່ຽງ ຫົວໜ້າ​ພະ​ແນ​ກການ​ເມືອງ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ, ອົງການ​ຈັດ​ຕັ້ງ​ຊາວ​ຈີນ​ແລະ​ຄົນ​ລາວ​ເຊື້ອສາຍ​ຈີນ, ນັກທຸ ລະກິດ​ຈີນ, ອາສາສະໝັກຈີນ, ຄູ​ອາຈານ​ແລະ​ນັກ​ສຶກສາ​ຈີນ​ຢູ່​ປະ​ເທດ​ລາວ​ພ້ອມ​ດ້ວຍ​ຜູ້​ຕາງໜ້າ​ຂະ​ແໜງການ​ສຶກສາ​ແລະ​ວັດທະນະທຳ​ລາວ​ 100 ກວ່າ​ຄົນ​ເຂົ້າ​ຮ່ວມ.

ໂອກາດ​ດັ່ງກ່າວ,ທ່ານ​ສຸກ​ທະວີ ​ແກ້ວ​ລາ ​ເຈົ້າ​ໜ້າ​ທີ່​ການ​ທູດອາວຸ​ໂສຂອງ​ລາວ, ທ່ານ​ຢົງ​ຈົ່ງ​ເຊຍ ຫົວໜ້າ​ສຳນັກ​ຂ່າວສານ​ຊິນ​ຮວາ​ສາຂາ​ວຽງ​ຈັນ​​ໄດ້​ປະກອບ​ຄຳ​ເຫັນ​ໃນ​ຫົວ​ຂໍ້ "ການ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ". ຂະນະ​ດຽວ​ກັນ,ທັງສອງ​ທ່ານຍັງ​ໄດ້​ປຶກສາ​ຫາລື​​ແລກປ່ຽນຄຳ​ເຫັນກັບຜູ້​ເຂົ້າ​ຮ່ວມ​ສຳ​ມະ​ນາ​ຕໍ່​ການ​ສົ່ງ​ເສີມ​ມິດຕະພາບ​ແລະ​ການ​​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ພ້ອມ​ທັງ​ການ​ຮ່ວມ​ມື​ຕາມ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ທ່ານ​​ເຈ້​ສ້ຽວ​ຮວາ ຫົວໜ້າ​ສູນວັດທະນະ​ທຳ​ຈີນ​ລາວ​ຢືນຢັນ​ວ່າ: ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ລາວ​ແມ່ນ​ຜູ້ນຳ​ຮຸ່ນອາວຸ​ໂສ​ຂອງ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ​,ຖະທຸ​ຖະໜອມແລະ​ໄດ້​ຜ່ານ​ການ​ທົດ​ສອບ​ຈາກ​ການ​ຜັນ​ແປ​ຂອງສະຖານະ​ການ​ສາກົນ​ແລະ​ສະພາບ​ການ​ພາຍ​ໃນ​ແຕ່ລະ​ປະ​ເທດ. ​ໃນ​ການ​ຕໍ່ສູ້​ປະຕິ​ວັດ​ອັນ​ຍາວ​ນານ​ແລະ​ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ, ປະຊາຊົນ​ສອງ​ຊາດ​ໄດ້ຊ່ວຍ​ເຫຼືອ, ສະໜັບສະໜູນ​ກັນ​ແລະ​ຜູກ​ແໜ້ນມິດ​ໄມຕີ​ອັນ​ເລິກ​ເຊິ່ງ. ​ເນື່ອງ​​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ​​ໃນ​ປີນີ້, ພວກ​ເຮົາ​​ໄດ້ຮ່ວມ​ກັນ​ຫວນ​ຄືນ​ປະຫວັດ​ການ​​ໄປ​ມາ​ຫາ​ສູ່​ກັນ​ຢ່າງມີ​ໄມຕີ​ຈິດ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ, ລະນຶກ​ເຖິງຄຸນງາມຄວາມດີ​ອັນ​ຍິ່ງ​ໃຫຍ່​ຂອງ​ຜູ້ນຳ​ອາວຸ​ໂສ​ຈີນ-ລາວ, ​ເບິ່ງ​ອະນາຄົດ​ແຫ່ງ​ການ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ສົດ​ໃສ​ແລະ​ມີ​ຄວາມ​ໝາຍ​ພິ​ເສດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ