ສູນ​ທອນ​ພົດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-01 16:51:29  cri 
ວັນ​ທີ 1 ກໍລະກົດ 2016 ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ກ່າວ​ສູນ​ທອນ​ພົດ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນຄົບຮອບ 95 ປີ​ໂດຍ​ໄດ້​ຫວນ​ຄືນ​ຂະ​ບວນການ​ບຸກບືນສູ້​ຊົນ​ຕະຫຼອດ​ 95 ປີ​ຂອງ​ພັກ​ກອມ​ມູນິດ​ຈີນທັງ​ຊີ້​ໃຫ້​ເຫັນການ​ປະກອບສ່ວນ​ຄັ້ງ​ປະຫວັດ​ການ​ແລະ​ບົດຮຽນ​ອັນ​ປະ​ເສີດ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ນຳພາ​ການປະຕິວັດ,ການ​ກໍ່ສ້າງ, ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກກໍ​ຄື​ທິດ​ທາງ​ພັດທະນາ​ໃນ​ອະນາຄົດ​ໂດຍ​ເນັ້ນ "ບໍ່​ລືມ​ຈຸດປະສົງ​ແຕ່​ຫົວທີ​,ສືບ​ຕໍ່​ກ້າວ​ໄປ​ທາງໜ້າ".

ໃນ​ສູນ​ທອນ​ພົດ​ຂອງທ່ານ​ສີ​ຈິ້ນຜິ​ງ​ໄດ້​​ເນັ້ນ​ວ່າການ​ຫວນຄືນ​ປະຫວັດສາດ​ໃນ​ຂະນະ​ນີ້​ບໍ່​ແມ່ນ​ເພື່ອ​ສະ​ແຫວ​ງຫາ​ສິ່ງ​ພໍ​ໃຈ​ຕໍ່ຜົນສຳ​ເລັດ. ​ເຖິງ​ວ່າພັກກອມ​ມູນິດ​ຈີນສ້າງ​ຕັ້ງ​ຂຶ້ນ​ມາ​ໄດ້ 95 ປີ​ແລ້ວ​ກໍ​ຕາມ, ​ແຕ່​ພວກ​ເຮົາຄວນຮັກສາ​ຈິດ​ໃຈບຸກບືນສູ້​ຊົນ​ຂອງ​ສະມາຊິກພັກ​ກອມ​ມູນິດ​ຈີນ​ໃນ​​ເວລາ​ສ້າງ​ຕັ້ງ​ພັກ​ແລະ​ຮັກສາ​ຈິດ​ໃຈ​ບໍລິສຸດ​ຜຸດ​ຜ່ອງ​ຕໍ່​ປະຊາຊົນ​ຕະຫຼອດ​ໄປ. ​ເມື່ອ​ແນມ​ເຫັນອະນາຄົດ​ແລະພະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ, ບັນດາ​ສະຫາຍ​ສະມາຊິກທົ່ວ​ພັກ​ຕ້ອງ​ບໍ່​ລືມ​ຈຸດປະສົງ​​ແຕ່​ຫົວທີ​ແລະ​ສືບ​ຕໍ່​ກ້າວ​ໄປ​ທາງ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ