ຊົມເຊີຍວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 95 ປີ
2016-07-01 17:37:38  cri 

  ກ່ອນໜ້ານີ້ ຄືໃນວັນທີ 1 ກໍລະກົດ 1921, ພັກ ກອມມູນິດຈີນ ໄດ້ຮັບການສ້າງຕັ້ງຂື້ນ ​ເຊິ່ງມາຮອດ ວັນທີ 1 ກໍລະກົດ 2016 ກໍພໍດີ ຄົບຮອບ 95 ປີ. ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍນີ້, ປະຊາຊົນລາວ ບັນດາເຜົ່າ ຂໍສະແດງຄວາມຊົມ​ເຊີຍ ຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ອວຍພອນໄຊອັນປະເສິດມາຍັງ ພັກກອມມູນິດ ຈີນ ແລະ ປະຊາຊົນຈີນອ້າຍນ້້ອງຈົ່ງໝັ້ນຄົງຊົ່ວກາລະນານ ແລະ ຍາດໄດ້ ໄຊຊະນະນັບມື້ນັບໃຫຍ່ຫຼວງໃນພາລະກິດສ້າງປະເທດສັງຄົມນິຍົມທີ່ທັນສະໄໝຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ ແລະ ກົມກຽວປອງດອງ.

  ຕະຫຼອດ 95 ປີ ຜ່ານມາພາຍໃຕ້ການນຳພາຂອງພັກກອມມູນິດຈີນ, ກອງທັບ ແລະ ປະຊາຊົນຈີນອ້າຍນ້ອງໄດ້ຕໍ່ສູ້ຢ່າງພິລະອາດຫານຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ, ນຳພາການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງ​ເຊິ່ງເຮັດໃຫ້ລັກສະນະດີເລີດຂອງສັງຄົມນິຍົມພັົ້ນເດັ່ນຂື້ນ, ການເມືອງມີສະຖຽນລະພາບ, ເສດຖະກິດຂະຫຍາຍຕົວໄວ ແລະ ໝັ້ນທ່ຽງ, ສັງຄົມມີຄວາມສະຫງົບປອດໄພ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ ອັນໄດ້ສ້າງວັດຖຸປັດໄຈໃຫ້ແກ່ການສ້າງລະບອບສັງຄົມນິຍົມຕາມສີສັນ ແລະ ຈຸດພິເສດຂອງ ສ ປ ຈີນ ນັບມື້ນັບໄດ້ຮັບການເຊີດຊູຂື້ນໃນເວທີພາກພື້ນ ແລະ ສາກົນ.ປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງປະຊາຊົນຈີນອ້າຍນ້ອງຢ່າງສຸດໃຈ. ລາວ ແລະ ຈີນ ລ້ວນແຕ່ເປັນປະເທດສັງຄົມນິຍົມ ທີ່ນຳພາໂດຍພັກກອມມູນິດ, ມີອຸດົມການ​ທີ່​ສອດຄ່ອງ​ກັນ, ​​ມີ​ອະນາຄົດຊະ​ຕາ​ກຳ​ກ່ຽວພັນກັນ ແລະ ມີເສັ້ນທາງ​​ແຫ່​ງ ການ​ພັດທະນາ​ທີ່​ຄ້າຍຄືກັນ ເຊິ່ງແມ່ນພື້ນຖານການເມືອງທີ່ສໍາຄັນ ໃນການພັດທະນາສາຍພົວພັນ ລາວ-ຈີນ​ໂດຍ​ການກຳແໜ້ນທິດທາງການເສີມຂະຫຍາຍສາຍພົວພັນ​ແລະຍຶດໝັ້ນການຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ, ເພີ່ມທະວີການປະສານສົມທົບ ໃນກິດຈະການພາກພື້ນ ແລະ ສາກົນ, ເສີມຂະຫຍາຍມິດຕະພາບທີ່ດີ ລະຫວ່າງ ປະຊາຊົນສອງຊາດໃຫ້ໜັກແໜ້ນ, ຊຸກຍູ້ສາຍພົວພັນ ລາວ-ຈີນ ໃຫ້ໄດ້ຮັບຜົນສຳເລັດອັນອຸດົມສົມບູນຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນມໍລະດົກອັນລ້ຳຄ່າລວມ ຂອງ ສອງພັກ, ສອງລັດ ລາວ-ຈີນ. ໃນໂອກາດເດີນທາງຢ້ຽມຢາມ ສປ ຈີນ ຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ​ພັກປະຊາຊົນ​ ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ​ປະຊາຊົນ​ລາວ ​ເມື່ອຕັົ້ນເດືອນ ພຶດສະພາ ຜ່ານມາ, ການນຳສອງປະເທດໄດ້ຢືນຢັນວ່າ:ລາວ-ຈີນ ໃນຖານະເປັນປະເທດສັງຄົມນິຍົມ, ເປັນຄູ່ຮ່ວມຊະຕາກຳ ທີ່ມີຄວາມໝາຍຍຸດທະສາດ ຈະສືບຕໍ່ຢຶດໝັ້ນການພົວພັນຕາມທິດ​ນຳໝັ້ນຄົງ​ຍາວ​ນານ, ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຮ່ວມ​ມື​ຮອບດ້ານ ບົນຈິດ​ໃຈ​ຂອງການເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ ​ແລະ ຄູ່​ຮ່ວມ​ມື​ທີ່​ດີ; ລົງເລິກການຮ່ວມມືແລກ ປ່ຽນໃນຂົງເຂດຕ່າງໆຢ່າງຮອບດ້ານ, ຊຸກຍູ້ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຈີນ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊ່ວຍ​ເຫລືອ​ກັນ​ ​ແລະ ເຊື່ອໝັ້ນກັນຢ່າງສູງນັ້ນ ໃຫ້ກ້າວສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ​ປະກອບສ່ວນສໍາຄັນເຂົ້າ​ໃນ​ການປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ​ແລະ ການ​ພັດ​ທະນາ​ໃນພາກພື້ນ ແລະ ໃນໂລກ.

  ປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ເຊື່ອໝັ້ນວ່າພາຍໃຕ້ການນຳ ພາອັນໜັກແໜ້ນ ຂອງ ພັກກອມມູນິດຈີນ, ປະຊາຊົນຈີນ ຈະປະສົບຜົນສຳເລັດ ໃນການສ້າງສັງຄົມອີ່ມໜຳສຳລານຮອບດ້ານ, ການລົງເລິກປະຕິຮູບຮອບດ້ານ, ການປົກຄອງລັດດ້ວຍກົດໝາຍຮອບດ້ານ ແລະ ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ; ບັນລຸເປົ້າໝາຍການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ ແລະ ກົມກຽວປອງດອງ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບ,ຄວາມສາມັກຄີຖານສະຫາຍອ້າຍນ້ອງ, ການຮ່ວມມືຮອບດ້ານທີ່​ເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືແບບຍຸດທະສາດຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນຈົ່ງໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ