ລາວ​ຖື​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ​ເປັນ​ບົດຮຽນ​ທີ່​ສຳຄັນ
2016-07-02 13:23:14  cri 

  ວັນ​ທີ 1 ກໍລະກົດ​​ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຂອງ​ ສປ ຈີນ​ເຊິ່ງນັ້ນ​ກໍ​ແມ່ນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ເຊິ່ງມາ​ເຖິງ​ນີ້​ເປັນປີ​ຄົບຮອບ 95 ປີ​ແລະ​ໃນ​ໂອກາດ​ວັນ​ສຳຄັນ​ດັ່ງກ່າວ, ທ່ານ​ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ​ປະຕິວັດ​ລາວ​ຢືນຢັນວ່າ, ການສ້າງປະເທດໂດຍພາຍໃຕ້ການນໍາພາ ຂອງ ພັກກອມມູນິດຈີນ ທີ່ເປັນພັກກໍາອໍານາດນັ້ນ ໄດ້ເປັນບົດຮຽນທີ່ດີໃຫ້ແກ່ບັນດາປະເທດໃນໂລກ ໃນນັ້ນກໍມີ ສປປ ລາວ ພວກຂ້າພະເຈົ້າ.

   ທ່ານ​ນາງ ສູນທອນ ໄຊຍະຈັກ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ​ວ່າ, ປີ 2016 ເປັນປີທີ່ພັກກອມມູນິດຈີນ ສ້າງຕັ້ງຄົບຮອບ 95 ປີ ເຊິ່ງເປັນເຫດການການເມືອງ ທີ່ສໍາຄັນຍິ່ງໃນຊີວິດຂອງພັກ ແລະ ປະຊາຊົນຈີນ, ເພາະວ່າ ພັກກອມມູນິດຈີນ ໄດ້ຕິດພັນກັບໂຊກຊາຕາກໍາຂອງ ຊົນຊາດຈີນ ມາເປັນເວລາເກືອບສະຕະວັດ.

  ຕະຫຼອດໄລຍະ 95 ປີຜ່ານມາ, ພາຍໃຕ້ການຍຶດໝັ້ນຫຼັກມູນພື້ນຖານຂອງລັດທິມາກ, ແນວ ຄິດເໝົາເຈີຕຸງ, ພັກກອມມູນິດຈີນ ໄດ້ນໍາພາປະຊາຊົນຈີນ ດໍາເນີນການຕໍ່ສູ້ກູ້ຊາດ ແລະ ສາມາດ ຍາດໄດ້ໄຊຊະນະຄັ້ງປະຫວັດສາດ, ສາມາດສະຖາປະນາ ສປ ຈີນ ຂຶ້ນໃນປີ 1949, ໄຂສັງກາດໃຫມ່ ໃຫ້ແກ່ ປະຊາຊົນຈີນ ໃນການສ້າງສັງຄົມນິຍົມ. ພັກກອມມູນິດຈີນ ໄດ້ກາຍເປັນພັກກໍາອໍານາດ, ໄດ້ສ້າງໃຫ້ຕົນເອງມີ ລະບົບທິດສະດີສັງຄົມນິຍົມ ທີ່ມີສີສັນຂອງຈີນ, ດໍາເນີນການປະຕິຮູບເປີດ ປະຕູສູ່ໂລກພາຍນອກ, ຮັບຮອງເອົາທິດສະດີເຕິງສຽວຜິ​ງ, ແນວຄິດ 3 ຕົວແທນ, ອັນໄດ້ເຮັດໃຫ້ ປະເທດ ສປ ຈີນ ມີເສດຖະກິດພັດທະນາຢ່າງວ່ອງໄວ, ດ້ວຍຈັງຫວະສູງຕໍ່ເນື່ອງ, ສະຖຽນລະພາບ ທາງການເມືອງ ມີຄວາມໜັກແໜ້ນ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄດ້ຮັບປະກັນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ກາຍເປັນປະເທດ ທີ່ມີບົດບາດສໍາຄັນໃນການຊຸກ​ດັນເສດຖະກິດ ແລະ ໃນການແກ້ໄຂບັນຫາສໍາຄັນຂອງໂລກ. ການສ້າງປະເທດ ໂດຍພາຍໃຕ້ການນໍາພາ ຂອງ ພັກກອມມູນິດຈີນ ທີ່ເປັນພັກກໍາອໍານາດນັ້ນ ໄດ້ເປັນບົດຮຽນທີ່ດີໃຫ້ແກ່ບັນດາປະເທດໃນໂລກ ໃນນັ້ນກໍ່ມີ ສປປ ລາວ ພວກຂ້າພະເຈົ້າ.

  ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພັກກອມມູນິດຈີນ ຈົ່ງສືບຕໍ່ມີຄວາມເຂັ້ມແຂງ, ສືບຕໍ່ນໍາພາປະເທດຊາດສັງຄົມນິຍົມກ້າວຂຶ້ນຢ່າງໜັກແໜ້ນ, ມີຜົນສໍາເລັດໃໝ່ ໃຫຍ່ຫຼວງຮອບດ້ານກວ່າເກົ່າ, ສ້າງສັງຄົມອີ່ມໜໍາສໍາລານຮອບດ້ານ, ລົງເລິກປະຕິຮູບຮອບດ້ານ, ປົກຄອງລັດຕາມກົດໝາຍຢ່າງຮອບດ້ານ ແລະ ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ກ້າວໄປສູ່ການບັນລຸເປົ້າໝາຍສູ້ຊົນ 100 ປີ 2 ເຫດການ ແລະ ຄວາມມຸ່ງຫວັງແຫ່ງການຟື້ນຟູຄວາມສີວິໄລຮຸ່ງເຮືອງ ຂອງຊາດຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ